(VOVWORLD) - ຕອນເຊົ້າວັນທີ 06 ມັງກອນ, ຢູ່ສະໂມສອນ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນ ເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ (ວັນທີ 06 ມັງກອນ 1946 - ວັນທີ 06 ມັງກອນ 2026).
ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນ ເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີ. ພິທີດັ່ງກ່າວໄດ້ຮັບການຖ່າຍທອດສົດໃນຊ່ອງ VOV1, ວິທະຍຸກະຈາຍສຽງ ຫວຽດນາມ.
ນີ້ແມ່ນພິທີສະເຫຼີມສະຫຼອງລະດັບຊາດ ເຊິ່ງມີຄວາມໝາຍດ້ານການເມືອງ - ປະຫວັດສາດຢ່າງເລິກເຊິ່ງ, ແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງເຖິງຖອງກ່ຽວກັບຄວາມໝາຍອັນຍິ່ງໃຫຍ່ຂອງການເລືອກຕັ້ງທົ່ວປະເທດຄັ້ງທຳອິດເມື່ອປີ 1946, ເຫດການໄດ້ສ້າງຂີດໝາຍບາດລ້ຽວໃນປະຫວັດສາດແຫ່ງການສ້າງລັດຖະທຳມະນູນ, ສ້າງກົດໝາຍຂອງ ຫວຽດນາມ; ພ້ອມທັງຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຕະຫຼອດ 80 ປີຜ່ານມາ. ພິທີສະເຫຼີມສະຫຼອງກໍແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວນຄືນປະຫວັດແຫ່ງໄລຍະສ້າງສາ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ, ຮັບຮູ້ບັນດາຜົນງານ, ບົດຮຽນອັນລ້ຳຄ່າຜ່ານບັນດາໄລຍະປະຕິວັດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ |
ເມື່ອກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຢັ້ງຢືນວ່າ:
“ໃນຂົງເຂດສ້າງລັດຖະທຳມະນຸນ, ສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ປະກາດໃຊ້ລັດຖະທຳມະນູນ 5 ສະບັບ, ຕິດພັນກັບບັນດາບາດລ້ຽວໃຫຍ່ຂອງການປະຕິວັດ ຫວຽດນາມ. ລັດຖະທຳມະນູນແຕ່ລະສະບັບລ້ວນແຕ່ສ່ອງແສງລະດັບການພັດທະນາຂອງປະເທດຊາດ, ສະແດງໃຫ້ເຫັນຈິນຕະນາການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວສິດອຳນາດລັດ ຢ່າງບໍ່ຢຸດຢັ້ງ. ພິເສດ, ເລື່ອງ ສະພາແຫ່ງຊາດຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ໄດ້ສ້າງຂີດໝາຍພັດທະນາໃໝ່ໃນປະຫວັດແຫ່ງການສ້າງລັດຖະທຳມະນູນ, ສ້າງບັນດາຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດ, ຍົກສູງຜົນສັກສິດ, ປະສິດທິຜົນໃນການບໍລິຫານປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນໄລຍະໃໝ່.”
ກ່ອນດຳເນີນພິທີສະເຫຼີມສະຫຼອງ, ຄະນະຜູ້ແທນໄດ້ ວາງພວງມາລາ, ເຂົ້າສຸສານ ອາໄສຫາປະທານປະທານ ໂຮ່ຈີມິນ, ຈູດທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງຢ້ຽມຢາມເຂດວາງສະແດງກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ.