ພິທີສະເຫຼີມສະຫຼອງ20ປິແຫ່ງວັນສ້າງຕັ້ງກອງພັນນ້ອຍຕຳຫຼວດປະຕິບັດໜ້າທີ່ພິເສດເລກ 1

ພິທີສະເຫຼີມສະຫຼອງ20ປິແຫ່ງວັນສ້າງຕັ້ງກອງພັນນ້ອຍຕຳຫຼວດປະຕິບັດໜ້າທີ່ພິເສດເລກ 1 - ảnh 1
(​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ20ປິ​ແຫ່ງວັນ​ສ້າງ​ຕັ້ງ
ກອງ​ພັນ​ນ້ອຍ​ຕຳ​ຫຼວດ​ປະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ​ເລກ 1)

(vovworld) - ຕອນ​ບ່າຍ​ວັນ​ທີ 09/03, ຢູ່​ຮ່າ​ໂນ້ຍ, ກອງ​ພັນ​ນ້ອຍ​ຕຳ​ຫຼວດ​ປ​ະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ​ເລກ 1 (ກອງ​ບັນ​ຊາ​ການຕຳ​ຫຼ​ວດ​ເຄື່ອນ​ທີ່​ - ກະ​ຊວງ​ຕ​ຳ​ຫຼ​ວດ) ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕ​ັ້ງ (12/03/1997 – 12/03/2017). ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃສ່​ໃຈ​ກຳ​ລັງຕຳ​ຫຼ​ວດ​ເຄື່ອນ​​ທີ່, ຕຳ​ຫຼວດ​ປ​ະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ ຕ້ອງ​ສຸມ​ໃສ່​ສົ​ມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ມີ​ໜ້າ​ທີ່​ປະ​ຕິ​ບັດ​ວຽກ​ງານ​​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານບັນ​ດາ​ການ​ເຄື່ອນ​ໄຫວ​ຫວັງ​ມ້າງ​ທຳ​ລາຍ​ຂອງ​ບັນ​ດາອິດ​ທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິການ, ​ບັນ​ດາ​ອາ​ຊະ​ຍາ​ກຳຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອ​ມ​ກັນ​ນັ້ນ, ກຳ​ລັງ​ຕຳ​ຫຼວດ​ເຄື​່ອນ​ທີ່, ​ຕຳ​ຫຼວດ​ປ​ະ​ຕິ​ບັດໜ້າ​ທີ່​ພິ​ເສດ ຕ້ອງ​ເອົາ​ໃຈ​ໃສ່​ກໍ່​ສ້າງ ແລະ ​ຈັດ​ຕັ້ງ​ການປະ​ຕິ​ບັດ​​ບັນ​ດາ​ທິດ​ທາງ, ແຜນ​ການ​​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ເຫດ​ການ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ທີ່​ດຳ​ເ​ນີນ​ໃນ​ບໍ​ລິ​ເວັນ; ສົມ​ທົບ​ກັນ​ຕໍ່​ສູ້​ກັບ​ຕຳ​ຫຼວດ​ບັນ​ດາ​ຫົວ​ໜ່ວຍ, ທ້ອງ​ຖິ່ນ​ໃນ​​ການ​ຕໍ່​ສູ້ບັນ​ດາ​ຄະ​ດີ​ໃຫຍ່ ແລະ ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ໂດຍ​ບັງ​ເອີ້ນ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

        ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ກໍ່​ສະ​ເໜີ​ໃຫ້​ບັນ​ດາ​ກຳ​ລັງ ຕ້ອງ​ເພີ່ມ​ທະ​ວີ​ວຽກ​ງານ​ພົວ​ພັນ​​ກັບຕ່າງ​ປະ​ເທດ, ເປີດ​ກວ້າງ​ການ​ຮ່ວມ​ມື​​ສາ​ກົນ​ກັບ​ຕຳ​ຫຼວດປ​ະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ​ປະ​ເທດ​ອື່ນ.

ຂ່າວ/ບົດ​ອື່ນ