ພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຢູແກຼນ-ຫວຽດນາມ

ພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຢູແກຼນ-ຫວຽດນາມ - ảnh 1
ພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງສະມາຄົມ
ມິດຕະພາບຢູແກຼນ-ຫວຽດນາມ
(ພາບ: vietnam+)

(vovworld) - ວັນ​ທີ 19/01 ຢູ່​ນະຄອນຫລວງ ກີ​ແອ໋ບ, ສະຖານທູດ ຫວຽດນາມ ປະຈຳ ຢູ​ແກຼນ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ໄມຕີ​ຈິດມິດຕະພາບ​ ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ ສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຢູ​ແກຼນ - ຫວຽດນາມ ​ແລະ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ຕ້ອນຮັບ​ບຸນ​ເຕັດ​ປີວ​ອກ 2016. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຢູ​ແກຼນ ຫງວຽນ​ມີ​ງຈີ໋ ​ໄດ້​ອວຍພອນ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ອຸທິດ​ສ່ວນ​ອັນ​ໃຫຍ່ຫລວງ ​ແລະ ​​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຂອງ​ສະມາຄົມ​ມິດຕະພາບ

ຢູ​ແກຼນ - ຫວຽດນາມ ​ໃນ​ຕະຫລອດ​ເຄິ່ງສະຕະວັດ​ຜ່ານ​ມາ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ: ວັນ​ທີ 19 ມັງກອນ 1966, ​ສະມາຄົມ​ມິດຕະພາບ​ ໂຊວຽດ - ຫວຽດນາມ ສາຂາ ຢູ່ ຢູ​ແກຼນ ຊຶ່ງ​ແມ່ນຕົ້ນ​ກຳ​ເນີ​ດຂອງ​ສະມາຄົມ​ມິດຕະພາບ ຢູ​ແກຼນ - ຫວຽດນາມ ​ໃນ​ປະຈຸ​ບັນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ເປັນ​ຂີດ​ໝາຍ​ບາ​ດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ຢູ​ແກຼນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີ​ງຈີ໋ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ ​ແລະ ​ເລິກ​ເຊິ່ງທີ່​ສຸດ​ເຖິງ​ບັນດາ​ສະມາຊິກ​ຂອງ​ສະມາຄົມ​ໃນ​ເມື່ອ​ກ່ອນ ​ແລະ ​ໃນປະຈຸ​ບັນ​ເຊິ່ງ​ແມ່ນ​ຜູ້​ທີ​ີ່ ຍາມ​ໃດ​ກໍ່​​ຮັກສາ, ປັບປຸງ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃຫ້​ເລິກເຊິ່ງກ່ວາ​ອີກ​.

ຂ່າວ/ບົດ​ອື່ນ