ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຫ້ອງວ່າການລັດຖະບານ

ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຫ້ອງວ່າການລັດຖະບານ - ảnh 1
ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຫ້ອງວ່າການລັດຖະບານ
(ພາບ:baochinhphu.vn)


(vovworld) – ຕ​ອນ​ເຊົ້າ​ວັນ​ທີ 28/08, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ ​ໄດ້​ຈັດ​ພິທີສະເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ (28/08/1945 – 28/08/2015) ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼ​ອງມີ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ, ​ອະ​ດີດ​ທ່ານ​ປະທາ​ນປະ​ເທດ ​ເຈີ່​ນດຶກ​ເລືອ​ງ, ອະ​ດິດນາຍົກລັດຖະມົນຕີ ຟາ​ນວັນ​ຂາຍ, ພ້ອມ​ກັບ​ການ​ນຳ, ພະນັກງານ, ລັດຖະກອນ, ພາລະ​ກອນ​ຫ້ອງ​ວ່າການ​ລັດຖະບານ​ຜ່ານ​ໄລຍະ​ຕ່າງໆ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນ​ນິງ ​ໄດ້​ໄດ້​ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ, ຜົນງານ ​ແລະ ການ​ປະກອບສ່ວນ​ຂອງ​ການ​ນຳ​, ພະນັກງານ, ລັດຖະກອນ, ພາລະ​ກອນ, ຄົນ​ງານ​ ລຸ້ນຕ່າງໆ​ຂອງ​ຫ້ອງ​ວ່າການ​ລັດຖະບານ ​​ຍາດ​ມາ​​ໄດ້​ໃນ​ຕະຫຼອດ​ໄລຍະ 70 ປີຜ່ານ​ມາ. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຊີ້​ແຈ້ງວ່າ.

        “ຫ້​ອງວ່າການ​ລັດຖະບານ ຕ້ອງ​ສືບ​ຕໍ່​ປ່ຽນ​​ໃໝ່​ວິທີ​ການ​ເຮັດ​ວຽກ, ຜັນ​ຂະຫຍາຍ​ຢ່າງມີ​ປະສິດ​ທິຜົນ​ເລື່ອງ​ກໍ່ສ້າງ ຕິດຕາມ, ​ເລັ່ງລັດການ​ປະຕິບັດ​ໂຄງການ, ​ແຜ​ນການ​ປະຕິບັດ​ງານ​ຂອງ​ລັດຖະບານ, ນາຍົກລັດຖະມົນ​ຕີ, ສົມທົບ​ກັນ​ເປັນ​ເສນາ​ທິການ​ກໍ່ສ້າງ, ສ້າງ​ລະບົບ​ນະ​ໂຍບາຍ​ໃຫ້​ສົມ​ບູນ​ແບບ… ຫ້ອງ​ວ່າການ​ລັດຖະບານ​ຕ້ອງ​ນຳ​ໜ້າ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ທັນ​ສະ​ໄໝ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​, ​ເປັນ​ເຈົ້າ​ການ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ​ແນ​ວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ…. ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງສູງ​ໃນ​ສັງຄົມ”.

        ທີ່​ພິທີ, ​ໂດຍ​ຕາງໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ປະດັບຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ ​ໃຫ້​ຫ້ອງ​ວ່າການ​ລັດຖະບານ.

ຂ່າວ/ບົດ​ອື່ນ