ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງແນວໂຮມແຫ່ງຊາດເອກະພາບຫວຽດນາມຢູ່ລາວກາຍ

ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງແນວໂຮມແຫ່ງຊາດເອກະພາບຫວຽດນາມຢູ່ລາວກາຍ - ảnh 1
(ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງແນວໂຮມ
ແຫ່ງຊາດເອກະພາບຫວຽດນາມຢູ່ລາວກາຍ)


(vovworld) – ​​​ວັນ​ທີ 13/11, ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 85 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​​ແຫ່ງ​ຊາດ​ເອກະ​ພາບຫວຽດນາມ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ລາວ​ກາຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ​​ໃຫ້​ແກ່​ຄະນະ​ກຳມະການ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ລາວ​ກາຍ ​ແລະ ມອບ​ຫຼຽນ​ໄຊ​ແຮ​ງານ​ຊັ້ນ​ໜຶ່ງ​ໃຫ້​​ແກ່ທ່ານ ຫງວຽນ​ວັນ​ວິ້ງ, ​ເລ​ຂາ​ພັກ​ແຂວງ​​ ແຂວງລາວ​ກາຍ.

      ​ໃນ​ຊຸ​​ມປີຜ່ານມ​າ, ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ທຸກ​ຂັ້ນ​ໃນແຂວງ​ລາວ​ກາຍ ​ໄດ້​ມີ​ການ​ເຄື່ອນ​ໄຫ​ວຫຼາຍ​ຢ່າງ​​ເພື່ອເປີດ​ກວ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ມຸ່ງ​ໄປ​ສູ່​ຂັ້ນ​ຮາກ​ຖານ​, ​ເຂດ​ຫ່າງ​ໄກ​ຊອກ​ຫຼິກຢ່າງ​ແຮງ. ຜ່ານ​ບັນດາ​ຂະ​ບວນການ, ບັ້ນ​ຂົນ​ຂວາ​ຍຕ່າງໆ ​ໄດ້​ປຸກລຸກ​ຄວາມ​ສາມາດ​ບົມຊ້ອນ ​ແລະ ກຳລັງ​ແຮງ​ພາຍ​ໃນ​ຂອງ​ປະຊາຊົນ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ​ແກ້​ໄຂ​ບັນດາ​ບັນຫາ​​ໃນ​ຊີວິດ​ສັງຄົມ…

ຂ່າວ/ບົດ​ອື່ນ