ພິທີສະເໜີຕົວ ລາຍການ “Check in ຫວຽດນາມ - ເອກອ້າງທະນົງໃຈ ຫວຽດນາມ”

(VOVWORLD) -  ຕອນເຊົ້າວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ຢູ່ສູນສື່ມວນຊົນຊັບພະຍາກອນ ແລະ ສິ່ງແວດລ້ອມ ສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດພິທີສະເໜີຕົວ ແນະນໍາກ່ຽວກັບລາຍການ “Check in ຫວຽດນາມ - ເອກອ້າງທະນົງໃຈ ຫວຽດນາມ”. 
ພິທີສະເໜີຕົວ ລາຍການ “Check in ຫວຽດນາມ - ເອກອ້າງທະນົງໃຈ ຫວຽດນາມ” - ảnh 1ຄະນະຈັດຕັ້ງ “Check in ຫວຽດນາມ - ເອກອ້າງທະນົງໃຈ ຫວຽດນາມ” 

ລາຍການດັ່ງກ່າວ ເພື່ອແນໃສ່ໂຄສະເນາ, ສຶກສາອົບຮົມຍົກສູງສະຕິຄວາມຮັບຮູ້, ບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງວົງຄະນະຍາດ ພິເສດແມ່ນໄວໜຸ່ມໃນການໂຄສະນາບັນດາພາບພົດກ່ຽວກັບທັດສະນີຍະພາບ, ມໍລະດົກວັດທະນະທໍາຂອງຊາດ ທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ”

        ລາຍການ “Check in ຫວຽດນາມ - ເອກອ້າງທະນົງໃຈ ຫວຽດນາມ” ກໍໄດ້ຈັດຕັ້ງບັນດາເຫດການ ເດີນທາງໄປຢ້ຽມຢາມເຂດມໍລະດົກ ແຕ່ເດືອນ ພຶດສະພາ ຫາເດືອນທັນວາ 2019 ເພື່ອແນໃສ່ເຂົ້າຮ່ວມ ແລະ ຄົ້ນຫາບັນດາມໍລະດົກທີ່ມີຊື່ສຽງ ຢູ່ຫວຽດນາມ ສົມທົບກັບການເຄື່ອນໄຫວກຸສົນ ດ້ວຍການເຂົ້າຮ່ວມຂອງບັນດານາງງາມ ແລະ ນັກສິລະປິນທີ່ມີຊື່ສຽງ.


ຕອບກັບ

ຂ່າວ/ບົດ​ອື່ນ