ພິທີເປີດງານບຸນມໍລະດົກກາເຟທົ່ວໂລກ 2025
(VOVWORLD) - ງານບຸນດຳເນີນແຕ່ວັນທີ 18 ທັນວາ 2025 ຫາ 2 ມັງກອນ 2026, ດ້ວຍຈຸດພົ້ນເດັ່ນແມ່ນເຂດມໍລະດົກກາເຟທົ່ວໂລກ, ເຂດວາງສະແດງ, ຊີມລົດຊາດກາເຟ, ອາຫານ ແລະ ບັນດາລາຍການສີລະປະ.
ພິທີໄຂງານບຸນມໍລະໂດກກາເຟທົ່ວໂລກ 2025 (ພາບ: VOV) |
ໃນຂອບງານບຸນຕີຄ້ອງອາຊີຕາເວັນອອກສຽງໄຕ້ 2025, ຕອນຄໍ່າຂອງວັນທີ 21 ທັນວາ, ທີ່ ແຂວງເລີມດົ້ງ ງານບຸນມໍລະໂດກກາເຟທົ່ວໂລກ 2025 ຄັ້ງທີ I ໄດ້ໄຂຂື້ນຢ່າງເປັນທາງການ. ງານບຸນດຳເນີນແຕ່ວັນທີ 18 ທັນວາ 2025 ຫາ 2 ມັງກອນ 2026, ດ້ວຍຈຸດພົ້ນເດັ່ນແມ່ນເຂດມໍລະດົກກາເຟທົ່ວໂລກ, ເຂດວາງສະແດງ, ຊີມລົດຊາດກາເຟ, ອາຫານ ແລະ ບັນດາລາຍການສີລະປະຄື: ຄ່ຳຄືນດົນຕີກາເຟ-ເມືອງແຫ່ງພູເຂົາ, ສີສັນອາເມຣິກາໄຕ້, ວັນງານຄິດສະມາດ ແລະ Countdown ຕ້ອນຮັບປີໃໝ່ 2026. ກ່າວຄໍາເຫັນຢູ່ພິທີເປີດ ທ່ານ ຫງວຽນວັນລົກ, ຫົງໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງເລີມດົ້ງໃຫ້ຮູ້ວ່າ:
ໂດຍຜ່ານບັນດາເຂດສະແດງ, ແລກປ່ຽນວັດທະນະທຳ ແລະ ກອງປະຊຸມສາກົນ, ງານບຸນນີ້້ຈະສ້າງເວທີເປີດກວ້າງ, ບ່ອນທີ່ກາເຟຫວຽດນາມຖືກຈັດວາງລວມເຂົ້າໃນມໍລະດົກກາເຟໂລກ. ໃນເວລາຈະມາເຖິງ, ແຂວງເລີມດົ້ງ ຄາດວ່າງານບຸນນີ້້ຈະກາຍເປັນກິດຈະກຳປະຈຳປີມີຊື່ສຽງ, ເປັນເອກກະລັກຂອງແຂວງເລີມດົ້ງ, ແມ່ນສະຖານທີ່ນັດພົບຂອງບັດດາຜູ້ມັກກາເຟໃນທົ່ວໂລກ.