ພິທີເປີດສະຫລອງພະແກ້ວໃຫຍ່ສຸດໃນໂລກ

ພິທີເປີດສະຫລອງພະແກ້ວໃຫຍ່ສຸດໃນໂລກ - ảnh 1
ຮູບຄວັດເຈົ້ແມ່ ກວັນອິນ
ພາບ:giadinh.net

(vovworld) - ວັນ​ທີ 8/4/2012 (​ກົງ​ກັບ​ວັນ​​ແຮມ 3 ຄ່ຳ​ເດືອນ 3 ​) ສະ​ຖາ​ບັນສົງ Truc Lam Tay Thien (ຢູ່Tam Dao - Vinh Phuc) ຈະ​ເປີດ​ສະຫລອງ​ທາດ​ພະ​ແກ້ວ, ຮູບ​ຄວັດ​ເຈົ້າ​ແມ່​ ກວັນ​ອິນ ​ແລະ ດຳ​ເນີນ​ການ​ລົງມື​ກໍ່ສ້າງ​ຖານຮູບ​ຄວັດ​ພະພຸດທະ​ເຈົ້າດ້ວຍ​ຫີນ Granit. ​ໂດຍ​ເລີ່​ມມາຈາກ​ແນວ​ຄວາ​ມຄິດ​ຢາກ​ໃຫ້​ມີ​ກິດ​ຈະ​ກຳ​ແຫ່ງ​ຫນຶ່ງ​ທີ່​ມີ​ຄວາ​ມໝາຍ​ເຊີດ​ຊູ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ສາສະຫນາ​ພຸດ​ໃນ​ຊີວິດ​ຂອງ​ປະຊາຊົນ ຫວຽດນາມ, ສະມາຄົມ​ຫີນ​ປະດັບ ຮ່າ​ໂນ້ຍ ​ໄດ້​ປຶກສາ​ຫາລື ​ແລະ​ເປັນ​ເອກະ​ພາບ​ກັບ ​ເຈົ້າ​ອະທິ​ການ​ສະ​ຖາ​ບັນ​ສົງ Truc Lam Tay Thien  ​ໄປ​ຊອກ​ຫາ​ຫີ​ນທີ່​ມີ​ຄ່າ​ຢູ່ ຫວຽດນາມ ​ເພື່ອ​ຄວັດ​ຮູບ​​ພະ​ແກ້ວ ຫວຽດນາມ. ພາຍຫລັງ​​ເກືອບ 2 ປີ ​ແຫ່ງ​ຄວັດ ຮູບ​ພະ​ແກ້ວ ດ້ວຍ​ຫີນ Shaphia ມີ​ຄວາມ​ສູງ 3, 45 ​ແມດ, ໜັກ 31 ​ໂຕນ ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ.  ນີ້​ແມ່ນ​ພະພຸດທະ​ເຈົ້າ​ດ້ວຍ​ຫີນ​ປະ​ເສີດ​​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ປະ​ຈຸ​ບັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ