ພິທີໄຂສັບປະດາ Festival ສິລະປະສາກົນ ເຫ້ວ 2024

(VOVWORLD) - ໂດຍໄດ້ຈັດຂຶ້ນແຕ່ວັນທີ 07 – 12 ມິຖຸນາ, ສັບປະດາ Festival ສິລະປະສາກົນ ເຫ້ວ 2024 ມີການເຄື່ອນໄຫວ, ລາຍການຕົ້ນຕໍ 12 ລາຍການ
ພິທີໄຂສັບປະດາ Festival ສິລະປະສາກົນ ເຫ້ວ 2024 - ảnh 1(ສັບປະດາ Festival ສິລະປະສາກົນ ເຫ້ວ 2024)

        ສັບປະດາ Festival ສິລະປະສາກົນ ເຫ້ວ 2024 ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 07 ມິຖຸນາ, ຢູ່ ເຫ້ວ. ທີ່ພິທີໄຂໄດ້ຈັດລາຍການສະແດງສິລະປະພິເສດມີຫົວຂໍ້ “ຮຸ່ງເຮືອງຕະຫຼອດໄປ”.

        ໂດຍໄດ້ຈັດຂຶ້ນແຕ່ວັນທີ 07 – 12 ມິຖຸນາ, ສັບປະດາ Festival ສິລະປະສາກົນ ເຫ້ວ 2024 ມີການເຄື່ອນໄຫວ, ລາຍການຕົ້ນຕໍ 12 ລາຍການ, ລວມມີ: ພິທີໄຂ; ລາຍການສະແດງສິລະປະໄຂສັບປະດາ; ງານບຸນຖະໜົນ “ສີສັນວັດທະນະທຳ”; ລາຍການສະແດງຂອງບັນດາຄະນະນັກສິລະປະການຢູ່ພາຍໃນ ແລະ ຕ່າງປະເທດ. ປີນີ້, ສັບປະດາ Festival ສິລະປະສາກົນ ເຫ້ວ ໄດ້ດຶງດູດເກືອບ 30 ຄະນະນັກສິລະປະກອນ, ທີ່ມາຈາກບັນດາປະເທດ, ຄື: ຝລັ່ງ, ແບນຊິກ, ແອັດສະປາຍ, ການາດາ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ ແລະ ຫວຽດນາມ. ທ່ານ ຫງວຽນວັນເຟືອງ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ:

        “ສັບປະດາ Festival ສິລະປະສາກົນ ເຫ້ວ 2024 ສືບຕໍ່ແຜ່ກະຈາຍລັກສະນະປະຊາຄົມ. ໄປພ້ອມກັບບັນດາລາຍການຕົ້ນຕໍ, ຄະນະຈັດຕັ້ງກໍ່ຈັດຫຼາຍລາຍການເປີດ, ງານບຸນທ້ອງຖະໜົນ, ບັນດາເວທີສະແດງປະຊາຄົມ ເພື່ອໃຫ້ບັນດາຄະນະສະແດງສິລະປະທີ່ມາຈາກສາກົນສະແດງຮັບໃຊ້ປະຊາຊົນ; ພ້ອມກັນນັ້ນ, ຢູ່ທ້ອງຖິ່ນຈຳນວນໜຶ່ງໃນແຂວງ ກໍ່ຈັດການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງ ເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບສຽງດົນຕີ, ແສງສີຂອງບັນດາລາຍການສະແດງສິລະປະເປັນເອກະລັກສະເພາະ”.

ຕອບກັບ

ຂ່າວ/ບົດ​ອື່ນ