(VOVWORLD) - ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.
ຫີບສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ ຫໍຈັດງານສົບແຫ່ງຊາດ (VGP) |
ຕອນເຊົ້າວັນທີ 25 ພຶດສະພາ, ພິທີໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຖືກຈັດຂຶ້ນຢູ່ ຫໍຈັດງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ; ສະໂມສອນ ຖົງເຍິກ, ນະຄອນ ໂຮ່ຈີມິນ ແລະ ສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ເລຈູງດິ່ງ, ນະຄອນ ກວາງງາຍ (ບ້ານເກີດເມືອງນອນຂອງອະດີດປະທານປະເທດ ເຈິ່ນດຶກເລືອງ).
ເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດປະທານປະເທດ ເຈິ່ນດຶກເລືອງຢູ່ຫໍຈັດງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ຮ່າໂນ້ຍ ມີທ່ານເລຂາທິການໃຫຍ່ ໂຕເລິມ; ທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ບັນດາການນຳພັກ, ລັດ, ອະດີດການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຄະນະຂະແໜງການ, ທ້ອງຖິ່ນ, ຜູ້ແທນສາກົນ ແລະ ປະຊາຊົນຈຳນວນຫຼາຍ...
ທ່ານປະທານປະເທດ ເລືອງເກື່ອງ ກ່າວບົດໄວ້ອາໄລ |
ເມື່ອກ່າວບົດໄວ້ອາໄລ, ທ່ານປະທານປະເທດ ເລືອງເກື່ອງ, ຫົວໜ້າຄະນະຈັດງານສົບ, ຢັ້ງຢືນວ່າ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈີມິນ, ເປັນສະມາຊິກພັກຄອມມູນິດທີ່ມີຄວາມຈົ່ງຮັກພັກດີ, ບັນທັດຖານ. ການຈາກໄປຂອງທ່ານແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວ, ທ່ານກ່າວວ່າ:
“ດ້ວຍດຳລົງຊີວິດລວມອາຍຸ 88 ປີ, ອາຍຸພັກ 65 ປີ ແລະ 50 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ ແລະ ເພື່ອຄວາມຜາສຸກຂອງປະຊາຊົນ. ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ກໍລ້ວນແຕ່ປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ ແລະ ດີເລີດ, ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບຄຸນສົມບັດປະຕິວັດ, ເຫັນຜົນປະໂຫຍດສ່ວນລວມເໜືອກວ່າຜົນປະໂຫຍດສ່ວນຕົວ, ທັງຊີວິດສຸດຈິດສຸດໃຈເພື່ອປະຊາຊົນ”
ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ຫວຽດນາມ ແລະ ສາກົນ ກົ້ມຫົວໄຫວ້ອາໄລ
(ພາບ: TTXVN)
|
ຫຼັງຈາກນັ້ນ, ຫີບສົບຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຄື່ອນຍ້າຍໄປຍັງບ້ານເກີດເມືອງນອນດ້ວຍທາງການບິນ ເພື່ອຈັດພິທີປົງສົບໃນເວລາ 15 ໂມງຂອງວັນ ດຽວກັນ ຢູ່ສຸສານຕາແສງ ໂຝແຄັງ, ເທດສະບານ ດຶກໂຝ, ແຂວງ ກວາງງາຍ.
ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.
ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຢູ່ຕາແສັງ ໂຝແຄັງ, ເມືອງ ດຶກໂຝ (ເທດສະບານ ດຶກໂຝ ປັດຈຸບັນ), ແຂວງ ກວາງງາຍ. ທ່ານເຂົ້າຮ່ວມການປະຕິວັດເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.
ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນ ສິງຫາ 1997; ແຕ່ເດືອນ ກັນຍາ 1997 ຫາເດືອນ ມິຖຸນາ 2006, ທ່ານປະທານປະທານປະເທດແຫ່ງ ສສ. ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.
ພາຍຫຼັງເຈັບເປັນມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ຖັນແຖວສາດສະດາຈານ, ແພດໝໍ ແລະ ການເບິ່ງແຍງດູແລຂອງຄອບຄົວແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີ ມະເສັງ); ຢູ່ເຮືອນສ່ວນຕົວ, ລວມອາຍຸ 88 ປີ.