ພົນໂທຫງວຽນຈີຫວີ້ງຕ້ອນຮັບທ່ານ Samuel Prez,ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ

 ພົນໂທຫງວຽນຈີຫວີ້ງຕ້ອນຮັບທ່ານ Samuel Prez,ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1


(vovworld) - ຕອນ​ບ່າຍ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ Samuel Prez, ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ ການ​ຕ່າງປະ​ເທດ ອາ​ເມ​ລີ​ກາ ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ພົນ​ໂທ ຫງວຽນ​ຈີ​ຫວີ້​ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ສືບ​ຕໍ່​ຊ່ວຍ​ເຫລືອ, ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ: ກໍ່ສ້າງ​ກຳລັງ​ຮັກສາ​ສັນຕິພາບ, ບຳລຸງ​ສ້າງ​ນາຍ​ທະຫານ ​ແລະ ສອງ​ຝ່າຍ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປອ້ງກັນຊາ​ດຊື່​ງສອງ​ຝ່າຍ​ໄດ້​ລົງ​ນາ​ມ​ໃນ​ປີ 2011, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​​ເກັບ​ກູ້​ລະ​ເບ​ີດບໍ່​ທັນ​ແຕກຫລັງ​ສົງຄາມ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ, ການ​ພົບປະ​ແລກປ່ຽນ​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ທະຫານ​ເຮືອ, ຕຳຫລວດ​ປ້ອງ​ກັນ​ທະ​ເລ​ຂອງ​ສອງ​ປະ​ເທດ ​ແລະ ​ໂຄງການ​ຊອກ​ຄົ້ນ​ອັດຖິ​ທະຫານ​ອາ​ເມ​ລິ​ກາ​ຖືກ​ຫາຍ​ສາບ​ສູນ​ໃນ​ສົງຄາມ(MIA). ທ່ານ Samuel Prez ຢືນຢັນ​ວ່າ:​​ໃນ​ໄລ​ຍະ​ຈະ​ມາ​ເຖິງ ອາ​ເມ​ລິ​ກາ ສືບ​ຕໍ່ ສະ​ເຫ​ນີບັນດາ​ຮູບ​ແບບ​ດີ​ສຸດ​ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ກໍ່​ສ້າງ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ