ພົບປະກັບກຳມະກອນດີເດັ່ນຮັບ ລາງວັນ “ຫງວຽນດຶກແກງ“

ພົບປະກັບກຳມະກອນດີເດັ່ນຮັບ ລາງວັນ “ຫງວຽນດຶກແກງ“ - ảnh 1

(ພາບ: laodong.com.vn)

(vovworld)- ​ວັນທີ 17/5, ກຳມະກອນ​ດີ​ເດັ່ນ 139 ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ເປັນ​ກຽດ​ຮັບ​ລາງວັນ​ຫງວຽນ​ດຶກ​ແກງ ຄັ້ງທີ 2 ປີ 2013. ທີ່​ການ​ພົບ​ປະ​ກັບຈຳນວນ​ກຳ​ມະກອນດັ່ງກ່າວ​ໃນ​ຕອນ​ເຊົ້າວັນ​ທີ 17/5 ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ໄດ້​ຕີ​ລາຄາ​ສູງ​ຂະ​ບວນການ​ຮັກ​ຊາດ​ໂດຍ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ປຸກລະດົມ ຊື່​ງ​ໄດ້​ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ອັນ​ແທດ​ຈິງ. ລາງວັນ​ຫງວຽນ​ດຶກ​ແກງ ​ແມ່ນ​ການ​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຂອງ​ກຳມະກອນ, ນັກ​ວິ​ສາວະ​ກອນ​ທົ່ວ​ປະ​ເທດ​ນັບ​ລ້ານ​ຄົນ​ໃນ​ການ​ຜະ​ລິດ, ພັດທະນາ​ເສດ​ຖະກິດ. ທ່ານ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ຊົນ​ຊັ້ນ ກຳມະກອນ​ໄດ້​ອຸທິດ​ສ່ວນ, ປະດິດ​ສ້າງ:

  “​​ແບບຢ່າງ​ແຂ່ງຂັນແຕ່ລະ​​ຄົນ ລ້ວນ​ແຕ່​ມີ​ຄວາມ​ຮັກ​ຊາດ ​ແລະ ຮັກ​ລະບອບສັງຄົມ​ນິຍົມ, ມີ​ຄວາມ​ອຸ້ມຊູ​ຊ່ວຍ​ເຫຼືອ​ປະຊາ​ຊົນ, ​ເພື່ອ​ນສະຫາຍ ​ແລະ ​ເພື່ອ​ນຮ່ວມ​ກົມ​ກອງ, ມີ​ຄວາມ​ຕັດສິນ​ໃຈ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ຕົນ​ເອງ ​ແລະ ປະ​ເທດ​ຊາດ, ມີ​ເຈດ​ຈຳນົງ​ບື່ນຕົວ​ຂຶ້ນ​ກຳ​ເອົາ​ຄວາມ​ຮູ້​ໃໝ່​ດ້ານ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ມີ​ຈິດ​ໃຈ​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳບາກ​ເພື່ອ​ອອກ​ແຮງ​ງານ​ມີ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍພັກ​ຊຸດ​ທີ 11 ຢ່າງ​ມີ​ໄຊ“.

 

 

 

 

ຂ່າວ/ບົດ​ອື່ນ