ພົບປະກັບນັກຮຽນ82ຄົນທີ່ເຂົ້າຮ່ວມການເສັງຄວາມເອກອ້າງທະນົງໃຈຫວຽດນາມຮອບຊິງຊະນະເລີດ

ພົບປະກັບນັກຮຽນ82ຄົນທີ່ເຂົ້າຮ່ວມການເສັງຄວາມເອກອ້າງທະນົງໃຈຫວຽດນາມຮອບຊິງຊະນະເລີດ - ảnh 1
(ທ່ານ​ ອວງຈູ​ລື​ວ ມອບຂອງຂວັນໃຫ້ນັກຮຽນ​ທີ່​ເຂົ້າ​ຮ່ວມ​
ການ​ເສັງ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ຫວຽດນາມ)

(vovworld) – ​ ​ ວັນ​ທີ 12/01, ທີ່​ການ​ພົບ​ປະ​ກັບ​ນັກຮຽນ 82 ຄົນ​ທີ່​ເຂົ້າ​ຮ່ວມ​ ​ການ​ເສັງ “ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ຫວຽດນາມ” ຮອບ​ຊິງຊະນະ​ເລີດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ຊີ້​ແຈ້ງວ່າ: ການຕອບ​ສະໜອງ ​ແລະ ໝາກຜົນ​ແຫ່ງ​ການ​ເຂົ້າ​ຮ່ວມ​ການ​ເສັງ​ຂອງ​ພວກ​ນ້ອງ ​ແມ່ນພະຍານ​ຫລັກ​ຖານ​ຈະແຈ້ງ​ທີ່​ສຸດ​ ກ່ຽວ​ກັບຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ປະ​ເທດຊາດ, ຄວາມ​ເມົາ​ມົວ​ຊອກ​ຮູ້​ປະຫວັດສາດ, ວັດທະນະທຳ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຍ້ອງຍໍ​ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ແລະ ກະຊວງ​ສຶກສາ ​ແລະ ກໍ່ສ້າງ​ໄດ້​ມີ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ການ​ເສັງ​ດັ່ງກ່າວ. ​ໃນ​ໄລຍະ​ພັດທະນາ​ໃໝ່, ພັກ ​ແລະ ລັດ ຍາ​ມ​ໃດ​ກໍ່​ກຳນົດຄາດ​ໝາຍ ສືບ​ຕໍ່​ຍູ້​ແຮງ​​ພາລະກິດ​ປ່ຽນ​ໃໝ່ຢ່າງຮອບດ້ານ. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ຍົກ​ສູງ​ຄວາມຮັບ​ຮູ້​ກ່ຽວ​ກັບ​ບົດບາດ, ຄຸນຄ່າ​ປະຫວັດສາດ, ວັດທະນະທຳ​ຂອງ​ຊາດຊາດ ​ແມ່ນ​ປັດ​ໃຈ​ແກ່ນສານ ​ແລະ ກຳລັງ​ໜູນ​ສຳຄັນ​ໃນ​ການ​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາມັກ​ຄີ​ທົ​່ວປວງ​ຊົນ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງພາຍ​ໃນຂອງ​ແຕ່ລະ​ປະ​ເທດ. ພວກ​ນ້ອງ​ຄວນ​ສືບ​ຕໍ່ສູ້​ຊົນ, ຮ່ຳຮຽນ​, ຝຶກ​ຝົນຫລໍ່​ຫລອມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ກາຍ​ເປັນພົນລະ​ເມືອງ ຫວຽດນາມ ​ທີ່ເກັ່ງ​ກ້າດ້ານ​ວິຊາການ, ​ມີ​ຄວາມ​ຮູ້ຮອບດ້ານ, ມີ​ຄວາມ​ມຸ່ງ​ຫວັງ ​ແລ​ະ ຄວາມ​ຮັບຜິດຊອບ​ຕໍ່​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ