ພົບປະບັນດານັກການທູດຍິງເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ

(VOVWORLD) -ວັດທະນະທຳອາດຈະແມ່ນເຄື່ອງມືຢ່າງມີປະສິດທິຜົນເພື່ອຊຸກຍູ້ຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນສັງຄົມ.
ພົບປະບັນດານັກການທູດຍິງເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ - ảnh 1(ທີ່ການພົບປະ)

        ວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນການພົບປະບັນດານັກການທູດຍິງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (08 ມີນາ 1910 – 08 ມີນາ 2023). ເຫດການແມ່ນໂອກາດເພື່ອໃຫ້ບັນດານັກການທູດຍິງ, ພັນລະຍາຂອງເອກອັກຄະລັດຖະທູດ, ແມ່ຍິງເປັນຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ຊອກຮູ້ກ່ຽວກັບຂະແໜງປູກມອນລ້ຽງມ້ອນ ພ້ອມກັບບັນດາຜະລິດຕະພັນແພໄໝມີຄຸນນະພາບສູງຂອງ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານນາງ Elisa Fernandez Saenz, ຫົວໜ້າຜູ້ຕາງໜ້າອົງການແມ່ຍິງສະຫະປະຊາຊາດ (UN Women) ປະຈຳ ຫວຽດນາມ, ແບ່ງປັນວ່າ:

        “ວັດທະນະທຳອາດຈະແມ່ນເຄື່ອງມືຢ່າງມີປະສິດທິຜົນເພື່ອຊຸກຍູ້ຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນສັງຄົມ. ຕາມຂ້າພະເຈົ້າແລ້ວ, ແພໄໝສວມບົດບາດສຳຄັນໃນການດຳລົງຊີວິດ, ວັດທະນະທຳ ແລະ ເສດຖະກິດຢູ່ ຫວຽດນາມ ແລະ ໄດ້ກາຍເປັນສັນຍາລັກໃຫ້ແກ່ສິດຂອງແມ່ຍິງ. ແມ່ຍິງ ຫວຽດນາມ ດ້ວຍອາຊີບປູກມອນລ້ຽງມ້ອນ ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ສັງຄົມ. ຂ້າພະເຈົ້າຫວັງວ່າ ອາຊີບແພໄໝ ຫວຽດນາມ ສືບຕໍ່ເປັນຂົວເຊື່ອມຕໍ່ໃຫ້ແກ່ຄວາມສະເໝີພາບ ແລະ ຄວາມວັດທະນາຖາວອນໃຫ້ຄົນລຸ້ນຫຼັງ”.

ຕອບກັບ

ຂ່າວ/ບົດ​ອື່ນ