ພົບປະບັນດານັກວິທະຍາສາດແລະນັກຊ່ຽວຊານຫວຽດນາມຢູ່ຝຣັ່ງ

ພົບປະບັນດານັກວິທະຍາສາດແລະນັກຊ່ຽວຊານຫວຽດນາມຢູ່ຝຣັ່ງ - ảnh 1ພົບ​ປະ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແລະ​ນັກ​ຊ່ຽວ​ຊານ​ຫວຽດ​ນາມ​ຢູ່​ຝ​ຣັ່ງ

(vovworld) – ເພື່ອ​ເປັນ​ການເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ດ້ານ​​ພູມ​ປັນ​ຍາ​ຂອງ​ປະ​ຊາ​ຄົມ​ວິ​ທະ​ຍາ​ສາດ ແລະ ນັກ​ຊ່ຽວ​ຊານ​ຊາວ ຫວຽດ​ນາມ ຢູ່ ຝ​ຣັ່ງ, ​ທີ່ສ​ືບ​​ທອດມູນ​ເຊື້ອ​ຂອງ​ນັກ​ປັນ​ຍາ​ຊົນ​ຊາວ ຫວຽດ​ນາມ ລຸ້ນ​ຕ່າງໆ​ຢູ່ ຝ​ຣັ່ງ ກ່ອນນີ້ ກັບ​ເມືອ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ແມ່ນ​ຫົວ​ຂໍ້​ພົ້ນ​ເດັ່ນ​ຂອງ​ການ​ພົບ​ປະ​ກັບວົງ​ການ​ນັກ​ຊ່ຽວ​ຊານ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ນັກ​ເຄື່ອນ​ໄຫວ​ສັງ​ຄົມ​ຊາວ ຫວຽດ​ນາມ ຢູ່ ຝ​ຣັ່ງ. ເຫດກ​ານນີ້​ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ຈັດ​ຕັ້ງ​ໃນ​ວັນ​ທີ 17/12 ຢູ່ ​ປາ​ຣີ.

        ກ່າ​ວ​ຄຳ​ເຫັນ​ໄຂ​ງານ​ພົບ​ປະ, ທ່ານ ຫງວຽນ​ງອກ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ  ປະ​ຈຳ ຝ​ຣັ່ງ ​ໃຫ້​ຮູ້​ວ່າ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ຝ​ຣັ່ງ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ຖັນ​ແຖວ​ນັກ​​ປັນ​ຍາ​ຊົນ ແລະ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ເຊື້ອ​ຊາດ ຫວຽດ​ນາມ ໄດ້​ຮັບ​ການບ​ຳ​ລຸງ​ສ້າງ​ຢູ່ ຝ​ຣັ່ງ, ດ້ວຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ເກືອບ 1 ສະ​ຕະ​ວັດ​ທີ່​ຜ່ານ​ມາ. ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ  ຖື​ວ່າຖັນ​ແຖວ​ນັກ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ຝ​ຣັ່ງ ດ້ວຍ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ນັ້ນ ແມ່ນ​ມີ​ນັກ​ຊ່ຽວ​ຊານ ແລະ ນັກ​ວິ​ທະ​ຍາ​ສາດ​ນັບ​ໝື່​ນ​ຄົນ ພວມ​ຮັບ​ຜິດ​ຊອບ​ໜ້າ​ທີ່​ສຳ​ຄັນ​ໃນຫຼາຍ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ນິກ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ນັບ​ທັງ​ທາງ​ດ້ານ​ການ​ເມືອງ​ຂອງ ຝ​ຣັ່ງ, ມີ​ທ່າ​ແຮງຫຼາຍ​ຢ່າງ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິ​ດ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ