ພົບປະແລກປ່ຽນວັດທະນະທຳກັບຄະນະນັກອາສາສະໝັກPoscoBeyond-ສ.ເກົາຫຼີ

ພົບປະແລກປ່ຽນວັດທະນະທຳກັບຄະນະນັກອາສາສະໝັກPoscoBeyond-ສ.ເກົາຫຼີ - ảnh 1
ການສະແດງສິລະປະໃນລາຍການ
(ພາບ: wn.com.vn)

(vovworld) –  ຕອນ​ຄຳ່​ວັນ​ທີ 10/1, ຢູ່​ນະຄອນ ຫວູງ​ເຕົ່າ, ສະມາ​ພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບ່າ​ເຮ້ຍ - ຫວູງ​ເຕົ່າ ​ໄດ້​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ແຂວງ, ຫໍ​ວັດທະນະທຳຊາວ​ໜຸ່ມ ​ແຂວງ, ອົງການ Habitat ຫວຽດນາມ ​ແລະ ບໍລິສັດ Posco ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ວັດທະ​ນະ​ທຳ​ຊາວ​ໜຸ່ມ ບ່າ​ເຣ້ຍ - ຫວູງ​ເຕົ່າ ​ແລະ ຄະນະ​ນັກ​ອະ​ສາ​ສະໝັກ Posco Beyond - ສ. ​ເກົາຫຼີ​ ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ເຮືອນ​ໃຫ້​ຄົນ​ທຸກຍາກ​ຢູ່​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ, ​ແຕ່​ວັນ​ທີ 3 – 16/1/2016. ທີ່​ການ​ພົບ​ປະ​​ແລກປ່ຽນ, ບັນດາ​ເພື່ອນ​ໜຸ່ມ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ ​ແລະ ບັນດາ​ນັກ​ອາສາ​ສະໝັກ Posco Beyond - ສ. ​ເກົາຫຼີ ​ໄດ້​ນຳ​ມາ​ໃຫ້​ຜູ້​ຊົມລາຍ​ການສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຂອງ ຫວຽດນາມ ​ແລະ ສ. ​ເກົາ​ຫຼີ. ງານ​ພົບ​ປ​ະ​ແລກປ່ຽນ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ສ. ​ເກົາຫຼີ ​ໄດ້ພົບ​ປະ, ​ແລກ​ປ່ຽນ ​ແລະ ຊອກ​ຮູ້​ກ່ຽວ​ກັບປະ​ເທດ​ຊາດ, ວັດທະນະທຳ, ປະຊາຊົນ​ຂອງ 2 ປະ​ເທດ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.


ຂ່າວ/ບົດ​ອື່ນ