ພິມຈຳໜ່າຍຊຸດປື້ມ “ບັນທຶກປະຈຳວັນໄລຍະສົງຄາມຢູ່ຫວຽດນາມ”

(VOVWORLD) -ໃນຊຸດປື້ມ “ບັນທຶກປະຈຳວັນໄລຍະສົງຄາມຢູ່ຫວຽດນາມ” ຍັງມີປື້ມບັນທຶກປະຈຳວັນນັບສິບເຫຼັ້ມບັນທຶກສະໜາມຮົບທີ່ດຸເດືອດແຕກຕ່າງກັນ
ພິມຈຳໜ່າຍຊຸດປື້ມ “ບັນທຶກປະຈຳວັນໄລຍະສົງຄາມຢູ່ຫວຽດນາມ” - ảnh 1(ພາບປະກອບ: kinhtedothi.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2020), ສຳນັກພິມຈຳໜ່າຍສະມາຄົມວັນນະຄະດີຫວຽດນາມ ໄດ້ສົມທົບກັບກອງທຶນອາຍຸ 20 ປີຕະຫຼອດໄປ ພິມຈຳໜ່າຍຊຸດປື້ມ “ບັນທຶກປະຈຳວັນໄລຍະສົງຄາມຢູ່ຫວຽດນາມ” ລວມມີ 4 ເຫຼັ້ມ, ແຕ່ລະຫົວແມ່ນ 1.000 ກວ່າໜ້າ, ຂອງນັກປະພັນ 30 ກວ່າທ່ານ.

        ໃນຊຸດປື້ມ “ບັນທຶກປະຈຳວັນໄລຍະສົງຄາມຢູ່ຫວຽດນາມ” ຍັງມີປື້ມບັນທຶກປະຈຳວັນນັບສິບເຫຼັ້ມບັນທຶກສະໜາມຮົບທີ່ດຸເດືອດແຕກຕ່າງກັນຄື: “ສົ່ງໃຫ້ອະນາຄົດຕໍ່ໆໄປ” ຂອງ ຫງວຽນຮາຍເຈື່ອງ (ນັກຮົບຕຳຫຼວດປະຊາຊົນເສຍສະຫຼະຊີວິດເພື່ອຊາດ ຫງວຽນມິງເຊີນ); “ບັນທຶກປະຈຳວັນສົງຄາມ” ຂອງນັກວິລະຊົນ, ນັກວັນນະຄະດີ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຈູເກີມຟອງ; “ບັນທຶກປະຈຳວັນສະໜາມຮົບ” ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກວັນນະຄະດີ ເຢືອງທິຊວນກຸ໊ຍ…

        ນັກວັນນະຄະດີ ດັ້ງເວືອງຮຸ່ງ, ຜູ້ຮຽບຮຽງຊຸດປື້ມໃຫ້ຮູ້ວ່າ, ບັນດາເລື່ອງລາວທີ່ເຂົາເຈົ້າອ່ານໃນປື້ມເຫຼົ່ານັ້ນລ້ວນແຕ່ແມ່ນຄວາມຈິງ, ຄົນຈິງ, ສະຖານທີ່ຈິງ, ເຫດການຈິງ ແລະ ອາລົມຈິດທີ່ແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ