ພິມຈຳໜ່າຍຊຸດສະແຕມສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີວອກ 1968 – 20

(VOVWORLD) - ຕອນບ່າຍວັນທີ 08 ກຸມພາ, ທີ່ຮ່າໂນ້ຍ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໄດ້ພິມຈຳໜ່າຍຊຸດສະແຕມພິເສດ “ສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968”.
ພິມຈຳໜ່າຍຊຸດສະແຕມສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີວອກ 1968 – 20 - ảnh 1

ທ່ານ ເຈືອງມິງຕ໋ວນ ໄດ້ລົງນາມ ແລະ ຕີກາໃສ່ຊຸດສະແຕມທີ່ຫາກໍ່ພິມຈຳໜ່າຍ (ພາບ: hanoimoi.com.vn)

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເຈືອງມິງຕ໋ວນ ໄດ້ລົງນາມ ແລະ ຕີກາໃສ່ຊຸດສະແຕມທີ່ຫາກໍ່ພິມຈຳໜ່າຍ.

        ຊຸດສະແຕມ ໂດຍຈິດຕະກອນ ເຈິ່ນເທ໋ວິງ ອອກແບບດ້ວຍພາສາຈິດຕະກຳທີ່ເປັນເອກະລັກສະເພາະ ແລະ ການປະສົມປະສານສີຢ່າງກົມກຽວ, ບັນທຶກຮູບພາບອະນຸສາວະລີທີ່ເຊີດຊູບັນດາຜູ້ອົງອາດກ້າຫານ ຈົ່ງຮັກພັກດີ, ພໍ່ແມ່ປະຊາຊົນ, ນັກຮົບພາກໃຕ້. ດ້ວຍຈິດໃຈພິລະອາດຫານ, ທະຫານ ແລະ ປະຊາຊົນບັນດາແຂວງທາງພາກໃຕ້ ຕໍ່ສູ້ຢ່າງອົງອາດກ້າຫານໃນການບຸກໂຈມຕີຂະໜາດໃຫຍ່ລະດູບານໃໝ່ 1968.

ຕອບກັບ

ຂ່າວ/ບົດ​ອື່ນ