ພະຍຸ Irma ສືບຕໍ່ກໍ່ຄວາມເສຍຫາຍຫຼາຍຢູ່ໝູ່ເກາະຂອງອາເມລິກາ

(VOVWORLD) -ພາຍຫຼັງກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບາງປະເທດເຂດແຄມທະເລ Caribe, ພະຍຸ Irma, ເຊິ່ງແມ່ນພະຍຸມີຄວາມແຮງທີ່ສຸດໃນໄລຍະ 100 ປີຜ່ານມາຢູ່ມະຫາສະມຸດປາຊີຟິກ

ພະຍຸ Irma ສືບຕໍ່ກໍ່ຄວາມເສຍຫາຍຫຼາຍຢູ່ໝູ່ເກາະຂອງອາເມລິກາ - ảnh 1 ພະຍຸ Irma ສືບຕໍ່ກໍ່ຄວາມເສຍຫາຍຫຼາຍຢູ່ໝູ່ເກາະຂອງອາເມລິກາ

(ພາບ: Reuters)

ສືບຕໍ່ເຫດໃຫ້ 4 ຄົນຢູ່ໝູ່ເກາະ Virgin ຂອງອາເມລິກາ ເສຍຊີວິດ ແລະ ເຮັດໃຫ້ລະບົບພື້ນຖານໂຄງລ່າງຢູ່ທີ່ນີ້ຖືກເປເພ, ລວມທັງໂຮງໝໍໃຫຍ່ແຫ່ງໜຶ່ງ. ວັນທີ 07 ກັນຍາ, ໂຄສົກຂອງລັດຖະບານອາເມລິກາ ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງສະແດງຄວາມວິຕົກກັງວົນວ່າ ຈຳນວນຜູ້ຖືກເສຍຊີວິດຍັງຈະເພີ່ມຂຶ້ນຕື່ມອີກ. ໂຄສົກທ່ານນີ້ກໍ່ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະລະດົມບັນດາແຫຼ່ງກຳລັງຂອງສະຫະລັດເພື່ອໜູນຊ່ວຍທ້ອງຖິ່ນດັ່ງກ່າວຮັບມືກັບພະຍຸ.

        ຄາດວ່າ, ພະຍຸ Irma ຈະພັດເຂົ້າລັດ Florida, ປະເທດອາເມລິກາ ໃນຕອນເຊົ້າວັນທີ 10 ກັນຍາ, ດ້ວຍຄວາມແຮງຖືກຫຼຸດລົງຢູ່ລະດັບ 4. ເຖິງຢ່າງໃດກໍ່ຕາມ, ຍ້ອນຜົນສະທ້ອນຂອງພະຍຸ, ຢູ່ຫຼາຍທ້ອງຖິ່ນຂອງອາເມລິກາ ຄາດວ່າຈະມີຝົນຕົກໜັກ ແລະ ນ້ຳຖ້ວມໃນເນື້ອທີ່ກວ້າງຂວາງ ພາຍໃນເວລາ 48 ຊົ່ວໂມງຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ