ພະນັກງານ,ນັກຮົບຕັດ ສິນໃຈປົກປັກຮັກສາ ອະທິປະໄຕເຂດ ທະເລໝູ່ເກາະຂອງ ປະເທດຊາດ


ພະນັກງານ,ນັກຮົບຕັດ ສິນໃຈປົກປັກຮັກສາ ອະທິປະໄຕເຂດ ທະເລໝູ່ເກາະຂອງ ປະເທດຊາດ - ảnh 1

 (ພາບ:vov)

(vovworld)– ຕອນ​ເຊົ້າວັນ​ທີ 1/12, ​ຢູ່​ຫໍພິພິຕະພັນ​ໂຮ່ຈິ​ມິນ ສາຂາ​ນະຄອນ​ໂຮ່ຈິ​ມິນ, ຄະນະພະນັກງານ, ນັກຮົບ​ດີ​ເດັ່ນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ​ໄດ້​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເລີ່​ມຕົ້ນລາຍການ​ທັດສະນະ​ສຶກສາ, ພົບ​ປະ​ແລກປ່ຽນ​ຢູ່​ນະຄອນຂອງ ພະນັກງານ, ນັກຮົບ​ເຈື່ອງ​ຊາ, ​ເຮືອນຮ້ານ​ DK1​ ​ແລະ ກຳລັງ​ຕຳຫຼວດ​ທະ​ເລ ລວມ 70 ຄົນ ​ໂດຍ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ຈັດຕັ້ງຂຶ້ນ ຮ້ອຍ​ໂທ​ຫງວຽນ​ເທ​ແຊງ, ​ເຮັດ​ວຽກ​ຢູ່ເຮືອນຮ້ານ​ DK1 ກອງ​ບັນຊາ​ການ​ທະຫານ​ເຂດ 2 ​ໃຫ້​ຮູ້​ວ່າ:

   “ຄວາມເອົາໃຈໃສ່ຂອງແນວໂຮມປະເທດຊາດແລະ ຄະນະກຳມະຫານ ປຊຊ ນະຄອນໄດ້ສ້າງເງື່ອນໄຂໃຫ້ແກ່ພວກຂ້າພະເຈົ້າ. ຫວັງວ່າ, ບັນດາການເຄື່ອນໄຫວຄືແນວນີ້ ຈະຖືກຈັດຂຶ້ນເປັນປະຈຳ, ນຳມາເຊິ່ງຄວາມມ່ວນຊື່ນແລະ ການລະດົມກຳລັງໃຈບັນດາພະນັກງານນັກຮົບພວມປະຕິບັດໜ້າທີ່ອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ“./.

ຂ່າວ/ບົດ​ອື່ນ