ພະມະຫາກະສັດ ກາຕາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ

​   ພະມະຫາກະສັດ ກາຕາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ   - ảnh 1
(ພາບ: vietnamplus.vn)

)   ໂດຍຮັບ​ເຊີນ​ຈາກ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ, ພະ​ມະຫາ​ກະສັດ ກາ​ຕາ Hamad Bin Khalifa Al Thani ​ໄດ້​ທາ ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໃນວັນທີ 16 ແລະ 17 ມັງກອນ. ຕອນບາຍວັນທີ 16 ມັງກອນ ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ແລະ ພະ​ມະຫາ​ກະສັດ ກາ​ຕາ Hamad Bin Khalifa Al Thani ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຂອງ 2 ປະເທດດຳເນີນການເຈລະຈາ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ໄດ້ແຈ້ງໃຫ້ ພະ​ມະຫາ​ກະສັດ ກາ​ຕາ ຊາບກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນ ໃນກິດຈະການປ່ຽນແປງໃໝ່ຂອງຫວຽດນາມໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນເຖິງ ນະໂຍບາຍພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນວົງຄະນະຍາດ         ສາກົນ, ສູ້​ຊົນ​ເພື່ອ​ສັນຕິພາບ, ​ເອກະລາດ ​ແລະ ພັດທະນາ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງຢືນຢັນ​ວ່າ ​ໃນນະໂຍບາຍພົວພັນ ຕ່າງປະເທດທີ່​ຫຼາຍ​ຮູບ ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ​ຂອງ​ຕົນ, ຫວຽດນາມຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມືມິດຕະພາບກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ຕົກ, ​ໃນ​ນັ້ນ​ມີ ກາ​ຕາ.

   ຜູ້ນຳ 2 ທ່ານ​ຕ່າງ​ກໍຢືນຢັນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ ​ແລະ ຂະຫຍາຍ​ສາຍ​ພົວພັນນີ້​ໃນ​ໄລຍະ​ທີ່​ຈະ​ເຖິງ, ພິ​ເສດ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ກະ​ສີ​ກຳ, ​ແຮງ​ງານ, ທ່ອງ​ທ່ຽວ, ສຶກສາ-ບຳລຸງ​ສ້າງ.....2 ຝ່າ​ຍຍັງ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານ​ະພະຍາ​ຍາມ​ລວ​ມ​ເພື່ອ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

    ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ແລະ ພະ​ມະຫາ​ກະສັດ ກາ​ຕາ Hamad Bin Khalifa Al Thani ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົກ​ບັນທຶກ​ຄວາມ​ເຂົ້າ​ໃຈ 5 ສະບັບ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ​ຄົ້ນ​ຄ້ວາ​ວິທະຍາສາດ, ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ທະນາຄານ​ສູນກາງ ກາ​ຕາ ​ແລະ ອື່ນໆ.  

    ​ແລະ​ກໍ​ໃນ​ຕອນ​ບາຍ​ວັນ​ທີ 16 ມັງກອນ ທ່ານ​ນາຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕີ້​ນຢຸ້ງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ​ກໍ​ໄດ້​ພົບ​ປະ​ກັບພະ​ມະຫາ​ກະສັດ ກາ​ຕາ Hamad Bin Khalifa Al Thani .

 

ຂ່າວ/ບົດ​ອື່ນ