ພາສາ ແລະ ວັດທະນະທຳຫວຽດນາມ ໃນງານມະໂຫລານ Tours

ພາສາ ແລະ ວັດທະນະທຳຫວຽດນາມ ໃນງານມະໂຫລານ Tours - ảnh 1
ລາຍການ​ສະ​ແດງ​ຟ້ອນ​ກຸບ​ຫວຽດນາມ ​ໃນ​ງານ​ມະ​ໂຫລານ
(ພາບ: internet)


Vovworld- ຢູ່​ນະຄອນ Tours ປະ​ເທດ​ຝະລັງ ​ໄດ້​ຈັດ​ໃຫ້​ມີ​ງານ​ມະ​ໂຫລານ​ພາສາ​ສາກົນ 2012. ບັນດາ​ການ​ເຄື່ອນ​ໄຫວ​ທີ່​ງານ​ມະ​ໂຫລານ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ​ພ້ອມ​ກັບ​ພວກ​ນັກ​ສຶກສາ​ຫວຽດນາມ​ພວມ​ຮ່ຳຮຽນ​ຢູ່​ ນະຄອນ Tours ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຕັ້ງໜ້າ ​ແລະ ມີ​ຫຼາຍ​ເນື້ອ​ໃນ​ທີ່​ສຸດ. ຈາກ​ຜູ້​ໃຫຍ່​ຕະຫຼອດ​ຮອດ​ເດັກນ້ອຍ​ລ້ວນ​ແຕ່​ຖືກ​ດຶງ​ດູດ​ໃຈ​ຍ້ອນ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ທີ່​ລະນຶກ​ພື້ນ​ເມືອງ​ທີ່​ສວຍ​ງາມ, ມີ​ສີ​ຫຼາກ​ຫຼາຍ​ຢູ່​ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ. ຮ້ານ​ວາງສະ​ແດງ​ກ່ຽວ​ກັບ​ອາຫານ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມາ​ຊົມ​ຢ່າງ​ຫຼວງຫຼາຍ. ສະ​ເພາະ​ລາຍການ​ສະ​ແດງ​ຟ້ອນ​ກຸບ​ຫວຽດນາມ​ດ້ວຍ​ຫົວ​ເລື່ອງ : “ ຫວຽດນາມ​ໜ້າ​ຮັກ ” ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ທັງຫຼາຍ. ທ່ານ Jean Jacques ປະທານ​ສະມາຄົມ Touraine Viet nam ​ໃຫ້​ຮູ້​ວ່າ : (​ເທບ)

    “ ພວກ​ຂ້າພະ​ເຈົ້າ​ຂ້ອງ​ຄາ​ກັບວຽກ​ງານຫລາຍ, ​ແຕ່​ມີ​ຄວາມ​ຟົດຟື້ນມ່ວນຊື່ນ ທີ່​ສຸດ. ພວກ​ຂ້າພະ​ເຈົາ​ໄດ້​ກະກຽມ​​ໃຫ້​ແກ່ງານ​ມະ​ໂຫລານນັບ​ແຕ່ 2 ອາທິດ​ຜ່ານ​ມາ, ຈັດ​ແບ່ງ​ວຽກ​ງານ​ໃຫ້​ແກ່​ຫຼາຍ​ຄົນ ​ແລະ ຈັດ​ແຈງ​ຮ້ານ​ວາງສະ​ແດງ​ຫວຽດນາມ. ​ເມ​ື່ອທຽບ​ໃສ່​ປີ​ກາຍ, ປີ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ດຶງດູດ​ບັນດາ​ເພ​ື່ອນຊາວ​ຝະລັງ, ​ແລະ ຊາວ​ຕ່່າງປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ”

ຂ່າວ/ບົດ​ອື່ນ