ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່

(VOVWORLD) -ເພື່ອກະຕຸ້ນ, ຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວ, ທາງກະຊວງຈະສ້າງການວາງແຜນລະບົບທ່ອງທ່ຽວແຫ່ງຊາດ ແລະ ລາຍການພັດທະນາການທ່ອງທ່ຽວ ຫວຽດນາມ ໄລຍະ 2021 – 2026 ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ
ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່ - ảnh 1(ພາບປະກອບ: TTXVN)

ຕອນເຊົ້າວັນທີ 25 ທັນວາ, ຢູ່ແຂວງ ເງະອານ, ຄະນະກຳມາທິການວັດທະນະທຳ - ສຶກສາຂອງສະພາແຫ່ງຊາດ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດກອງປະຊຸມສຳມະນາ “ທ່ອງທ່ຽວ ຫວຽດນາມ - ຟື້ນຟູ ແລະ ພັດທະນາ”. ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ່ວານວັນຫວຽດ ໃຫ້ຮູ້ວ່າ: ເພື່ອກະຕຸ້ນ, ຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວ, ທາງກະຊວງຈະສ້າງການວາງແຜນລະບົບທ່ອງທ່ຽວແຫ່ງຊາດ ແລະ ລາຍການພັດທະນາການທ່ອງທ່ຽວ ຫວຽດນາມ ໄລຍະ 2021 – 2026 ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ແນໃສ່ຍູ້ແຮງການພັດທະນາການທ່ອງທ່ຽວພາຍຫຼັງທີ່ໂລກລະບາດໄດ້ຮັບການຄວບຄຸມ.

        “ຊີ້ນຳສຸມໃສ່ການປະຕິບັດໂຄງການຟື້ນຟູ ແລະ ພັດທະນາການທ່ອງທ່ຽວໃນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໄລຍະ 2022 – 2023, ສ້າງທ່ວງທ່າໃຫ້ຂະແໜງທ່ອງທ່ຽວຟື້ນຟູ ແລະ ນັບມື້ນັບປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງປະເທດ. ຊີ້ນຳການປະກາດໃຊ້ບັນດາກົນໄກ, ນະໂຍບາຍໃໝ່, ບຸລິມະສິດ, ຕາມທິດສ້າງຄວາມສະດວກໃຫ້ຂະແໜງທ່ອງທ່ຽວສືບຕໍ່ພັດທະນາຄື: ພັດທະນາພື້ນຖານໂຄງລ່າງທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ, ອະນຸຍາດໃຫ້ສ້າງຕັ້ງຫ້ອງການຜູ້ຕາງໜ້າດ້ານການທ່ອງທ່ຽວ ປະຈຳຢູ່ຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ