ຟີ​ລິບ​ປິນ, ອິນ​ໂດ​ເຊຍ ແຈ້ງ​ເຕືອນ​ດ່ວນ​ອາດ​ເກີດ​ຄື້ນ​ຟອງ​ຍັກ​​ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7,6 ຣິກ​ເຕີ

(VOVWORLD) - ເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,6 ຣິກເຕີ ໄດ້ເກີດຂຶ້ນຢູ່ນອກຝັ່ງທະເລແຂວງ Davao Oriental, ຢູ່ເກາະ Mindanao ພາກໃຕ້ ຟີລິບປິນ ໃນຕອນເຊົ້າວັນທີ 10 ຕຸລາ. ເຫດແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ອົງການເຈົ້າໜ້າທີ່ອອກແຈ້ງເຕືອນໂດຍດ່ວນກ່ຽວກັບຄື້ນຟອງຍັກ.

        ຕາມສະຖາບັນ ພູເຂົາໄຟ ແລະ ແຜ່ນດິນໄຫວ ຟີລິບປິນ (Phivolcs), ຈຸດໃຈກາງໄດ້ກຳນົດວ່າຢູ່ເຂດທະເລນອກຝັ່ງເທດສະບານ Manay, ແຂວງ Davao Oriental, ຂຶ້ນກັບເກາະ Mindanao, ເຂດທີ່ມີປະຊາຊົນຫຼາຍອັນດັບທີ 2 ຂອງປະເທດນີ້.  Phivolcs ແຈ້ງເຕືອນອາດຈະເກີດຄື້ນຟອງຍັກທີ່ມີກຳລັງທຳລາຍສູງ ດ້ວຍລະດັບຄື້ນສູງ ຈະນາບຂູ່ເຖິງຊີວິດອິນຊີ, ຮຽກຮ້ອງໃຫ້ຊຸມຊົນຢູ່ບັນດາເຂດແຄມທະລພາກກາງ ແລະ ພາກໃຕ້ ຟີລິບປິນ ຍົກຍ້າຍໄປຍັງບ່ອນທີ່ປອດໄພໃນທັນທີ.

        ລະບົບແຈ້ງເຕືອນຄື້ນຟອງຍັກຂອງ ອາເມລິກາ ໃຫ້ຮູ້ວ່າ ຄື້ນແຕ່ລະບັ້ນມີຄວາມສູງແຕ່ 1 – 3 ແມັດ ອາດຈະສົ່ງຜົນກະທົບຕໍ່ບາງເຂດພາກຂອງ ຟີລິບປິນ. ນອກຈາກນັ້ນແລ້ວ, ບາງເຂດແຄມທະເລຂອງ ອິນໂດເນເຊຍ ແລະ ປະເທດເກາະ Palau ກໍໄດ້ຮັບການແຈ້ງເຕືອນວ່າ ອາດຈະເກີດມີຄື້ນມີຄວາມສູງແຕ່ 30 ຊັງຕີແມັດ ຫາ 1 ແມັດ.

        ພາຍຫຼັງເກີດເຫດແຜ່ນດິນໄຫວ, ອິນໂດເນເຊຍ ໄດ້ອອກແຈ້ງເຕືອນຄື້ນຟອງຍັກໃຫ້ແກ່ບັນເຂດຢູ່ທາງພາກເໜືອ Sulawesi ແລະ Papua.

ຕອບກັບ

ຂ່າວ/ບົດ​ອື່ນ