ມີ 7 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ຍິງ​ປືນທີ່​ຮ້ານ​ສັບ​ພະ​ສິນ​ຄ້າ​ຢູ່ ອາ​ເມ​ລິ​ກາ

(VOVWORLD) -ໃນແຈ້ງການຂອງທຳນຽບຂາວໃນວັນທີ 23 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ກ່າວປະນາມເຫດຍິງປືນດັ່ງກ່າວ. ທ່ານກໍ່ສືບຕໍ່ຮຽກຮ້ອງມີການປະຕິຮູບກົດໝາຍວ່າດ້ວຍການຄຸ້ມຄອງປືນ, ລູກປືນໃນປະເທດນີ້. ທ່ານເນັ້ນໜັກວ່າ ທົ່ວປະເທດ ອາເມລິກາ ຕ້ອງປະຕິບັດການກະທຳທີ່ເຄັ່ງຄັດກ່ວານີ້ອີກ.

ວັນທີ 23 ພະຈິກ, ວົງການເຈົ້າໜ້າທີ່ນະຄອນ Chesapeake (ລັດ Virginia,  ອາເມລິກາ) ໄດ້ປະກາດວ່າ ມີຜູ້ເສຍຊີວິດ 7 ຄົນ ແລະ ບາງຄົນໄດ້ຮັບບາດເຈັບໃນເຫດຍິງປືນທີ່ເກີດຂຶ້ນຢູ່ຮ້ານສັບພະສິນຄ້າ Walmart ຢູ່ນະຄອນນີ້ ໃນຕອນຄ່ຳວັນທີ 22 ພະຈິກ. ຕາມຖະແຫຼງຂ່າວຈາກຕຳຫຼວດທ້ອງຖິ່ນແລ້ວ, ຕົວການກໍ່ເຫດມີແຕ່ ຜູ້ດຽວ ແລະ ໄດ້ເສຍຊີວິດຢູ່ສະຖານທີ່ເກີດເຫດແລ້ວ.

ເຫດການໄດ້ເກີດຂຶ້ນພາຍຫຼັງ 2 - 3 ວັນທີ່ເກີດເຫດຍິງປືນຢູ່ Club ແຫ່ງໜຶ່ງໃນນະຄອນ Colorado Springs, ຂຶ້ນກັບລັດ Colorado, ພາກຕາເວັນຕົກປະເທດ ອາເມລິກາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 17 ຄົນ.

ໃນແຈ້ງການຂອງທຳນຽບຂາວໃນວັນທີ 23 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ກ່າວປະນາມເຫດຍິງປືນດັ່ງກ່າວ. ທ່ານກໍ່ສືບຕໍ່ຮຽກຮ້ອງມີການປະຕິຮູບກົດໝາຍວ່າດ້ວຍການຄຸ້ມຄອງປືນ, ລູກປືນໃນປະເທດນີ້. ທ່ານເນັ້ນໜັກວ່າ ທົ່ວປະເທດ ອາເມລິກາ ຕ້ອງປະຕິບັດການກະທຳທີ່ເຄັ່ງຄັດກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ