ມີ​ກ່​ວາ 100 ເຫດ​ຕ້ານ​ຊາວ​ອາ​ຊີ ຢູ່ ອາ​ເມ​ລິ​ກາ ໃນ​ປີ 2020

(VOVWORLD) -ວັນທີ 5 ເມສາ, ໝາກຜົນຂອງການສືບສວນໂດຍໜັງສືພິມ New York Times ດຳເນີນກ່ຽວກັບເຫດຕ້ານຊາວອາຊີ ອາໄສຢູ່ ອາເມລິກາ ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ ໃຫ້ເຫັນວ່າ ມີກ່ວາ 110 ເຫດການຕ້ານຊາວເຊື້ອຊາດອາຊີ ໄດ້ຮັບການລາຍງານຢູ່ປະເທດນີ້ ນັບແຕ່ເດືອນມີນາ ປີ 2020.
ມີ​ກ່​ວາ 100 ເຫດ​ຕ້ານ​ຊາວ​ອາ​ຊີ ຢູ່ ອາ​ເມ​ລິ​ກາ ໃນ​ປີ 2020 - ảnh 1ການແຫ່ຂະບວນເພື່ອແນໃສ່ຢຸດຕິສະພາບການຄຽດແຄ້ນຕໍ່ຊາວເຊື້ອຊາດ ອາຊີ (ພາບ: THX/TTXVN)

ເຖິງຢ່າງໃດກໍ່ຕາມ, ໜັງສືພິມໄດ້ເນັ້ນວ່າ ຈຳນວນຕົວເລກດັ່ງກ່າວພຽງແຕ່ແມ່ນຂໍ້ມູນທີ່ໄດ້ຮັບການປະກາດຈາກໜັງສືພິມ ແລະ ມີຫຼັກຖານຢ່າງຈະແຈ້ງ ກ່ຽວກັບການຄຽດແຄ້ນດ້ວຍສາຍເຫດເຊື້ອຊາດເຜົ່າພັນ” ໝາຍຄວາມວ່າ ອາດຈະມີຫຼາຍເຫດການກ່ວາອີກໃນຕົວຈິງ.

        ອີງຕາມໝາກຜົນຂອງການສືບສວນ, ໜັງສືພິມໄດ້ໃຫ້ຂໍ້ສັງເຫດວ່າ “ຄວາມຄຽດຊັງຄືສາຍເຫດ ເຊິ່ງຍາກທີ່ຈະພິສູດໄດ້ກ່ຽວກັບດ້ານປະຫວັດສາດ”, ພ້ອມທັງຖືວ່າ ໝາກຜົນຂອງການສະຖິຕິອາດຈະແມ່ນສ່ວນໜຶ່ງຂອງສະພາບການໃຊ້ຄວາມຮຸນແຮງ ແລະ ກໍ່ຄວາມວຸ້ນວາຍຕໍ່ຊາວເຊື້ອຊາດອາຊີ ຕ້ອງປະເຊີນໜ້າໃນປີຜ່ານມາ, ຍ້ອນວ່າ ບັນຫາຄຽດຊັງ ເຄີຍໄດ້ຮັບການສະຖິຕິ ແລະ ລາຍງານຢ່າງບໍ່ຄົບຖ້ວນ ແລະ ພຽງແຕ່ບັນດາເຫດການຮ້າຍແຮງທີ່ສຸດ ຈຶ່ງດຶງດູດຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ