ມີ​ກ່​ວາ 1.700 ເຫດ​ການ​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໃນ​ປີ 2020

(VOVWORLD) - ສະຖາບັນຄົ້ນຄ້ວາ Grantham ຂອງ ອັງກິດ ລົງເລິກສະເພາະການປ່ຽນແປງຂອງດິນຟ້າອາກາດໃຫ້ຮູ້ວ່າ: ມີພຽງແຕ່ 40 ເຫດການທີ່ເກີດຂຶ້ນຢູ່ບັນດາປະເທດພວມພັດທະນາ, ໃນຂະນະນັ້ນ ຈຳນວນເຫດການສ່ວນຫຼາຍເກີດຂຶ້ນຢູ່ບັນດາປະເທດພັດທະນາ, ແລະ ຕົວເລກນີ້ພວມນັບມື້ນັບເພີ່ມຂຶ້ນ
ມີ​ກ່​ວາ 1.700 ເຫດ​ການ​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໃນ​ປີ 2020 - ảnh 1ພາບປະກອບ: TTXVN

ຕາມສູນ Sabin ແລະ ກົດໝາຍວ່າດ້ວຍການປ່ຽນແປງດິນຟ້າອາກາດ ສັງກັດ ມະຫາວິທະຍາໄລ ໂກລຸມເບຍ (ອາເມລິກາ), ໃນປີ 2020 ທົ່ວໂລກມີເຫດການກ່ຽວຂ້ອງເຖິງບັນຫາປ່ຽນແປງດິນຟ້າອາກາດກ່ວາ 1.700 ເຫດການ, 5 ປີຜ່ານມາ ໄດ້ຮັບຮູ້ຈຳນວນເຫດການທີ່ເກີດຂຶ້ນຢູ່ອາເມລິກາ ແລະ ທົ່ວໂລກເພີ່ມຂຶ້ນຢ່າງແຮງ. ສະຖາບັນຄົ້ນຄ້ວາ Grantham ຂອງ ອັງກິດ ລົງເລິກສະເພາະການປ່ຽນແປງຂອງດິນຟ້າອາກາດໃຫ້ຮູ້ວ່າ: ມີພຽງແຕ່ 40 ເຫດການທີ່ເກີດຂຶ້ນຢູ່ບັນດາປະເທດພວມພັດທະນາ, ໃນຂະນະນັ້ນ ຈຳນວນເຫດການສ່ວນຫຼາຍເກີດຂຶ້ນຢູ່ບັນດາປະເທດພັດທະນາ, ແລະ ຕົວເລກນີ້ພວມນັບມື້ນັບເພີ່ມຂຶ້ນ. ອາດເຫັນໄດ້ວ່າ ບັນດາກໍລະນີຮ້ອງຟ້ອງທີ່ກ່ຽວຂ້ອງເຖິງບັນຫາດິນຟ້າອາກາດຍັງບໍ່ທັນນຳຜົນງານມາໃຫ້ຄືຄວາມຫວັງຂອງຝ່າຍ ໂຈດ ເຊິ່ງແມ່ນການຊຸກຍູ້ການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດຢ່າງທັນທີ, ແຕ່ສ່ວນໃດສ່ວນໜຶ່ງກໍ່ໄດ້ຮັບຄວາມສົນໃຈຈາກສື່ມວນຊົນ, ເພື່ອໃຫ້ລັດຖະບານບັນດາປະເທດ, ບັນດາວິສາຫະກິດຕ້ອງຄິດເຖິງປັດໄຈປົກປັກຮັກສາສິ່ງແວດລ້ອມ ເມື່ອວາງແຜນນະໂຍາບາຍ ແລະ ຍຸດທະສາດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ