ມີ​ກ່​ວາ 40 ປະ​ເທດ​ຢາກ​ເຂົ້າ​ຮ່ວມ BRICS

(VOVWORLD) - ປັດຈຸບັນ ອາບຟຼິກກາໃຕ້ ແມ່ນປະເທດປະທານ BRICS ແລະ ຄາດວ່າ ກອງປະຊຸມສຸດຍອດ BRICS ຄັ້ງທີ 15 ຈະຈັດຂຶ້ນຢູ່ນະຄອນ Johannesburg ໃນລະຫວ່າງວັນທີ 22 ສິງຫາ ຫາວັນທີ 24 ສິງຫາ ຈະມາເຖິງ.
ມີ​ກ່​ວາ 40 ປະ​ເທດ​ຢາກ​ເຂົ້າ​ຮ່ວມ BRICS - ảnh 1ພາບປະກອບ: The Indian Express

ວັນທີ 20 ກໍລະກົດ, ທ່ານ Anil Sooklal ເອກອັກຄະລັດຖະທູດຮັບຜິດຊອບວຽກງານເຄື່ອນໄຫວ ປະຈຳ ອາຊີ ແລະ ກຸ່ມ BRICS ຂອງ ອາບຟຼິກກາໃຕ້ ໃຫ້ຮູ້ວ່າ ມີກ່ວາ 40 ປະເທດສະແດງຄວາມສົນໃຈຕໍ່ການເຂົ້າເປັນສະມາຊິກກຸ່ມບັນດາປະເທດເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຼິກກາໃຕ້.

ທ່ານ Anil Sooklal ຍົກອອກຄຳເຫັນດັ່ງກ່າວຢູ່ການຖະແຫຼງຂ່າວ ຂອງກະຊວງການພົວພັນ ແລະ ຮ່ວມມືສາກົນ ຢູ່ນະຄອນ Johannesburg, ປະເທດອາບຟຼິກກາໃຕ້. ທ່ານຊີ້ແຈ້ງວ່າ ນອກຈາກ 22 ປະເທດທີ່ໄດ້ສະເໜີຂໍເຂົ້າເປັນສະມາຊິກຢ່າງເປັນທາງການແລ້ວ,  22 ປະເທດອື່ນໆ ກໍ່ສະແດງໃຫ້ເຫັນເຖິງຄວາມສົນໃຈແບບບໍ່ເປັນທາງການ ຕໍ່ການກາຍເປັນສະມາຊິກຂອງ BRICS, ລວມມີບັນດາປະເທດໃຫຍ່ຢູ່ ເຄິ່ງໂລກໃຕ້.

ປັດຈຸບັນ ອາບຟຼິກກາໃຕ້ ແມ່ນປະເທດປະທານ BRICS ແລະ ຄາດວ່າ ກອງປະຊຸມສຸດຍອດ BRICS ຄັ້ງທີ 15 ຈະຈັດຂຶ້ນຢູ່ນະຄອນ Johannesburg ໃນລະຫວ່າງວັນທີ 22 ສິງຫາ ຫາວັນທີ 24 ສິງຫາ ຈະມາເຖິງ. ການຮັບສະໝັກເອົາສະມາຊິກຕື່ມແມ່ນບັນຫາແຖວໜ້າໃນໂຄງການດຳເນີນງານ ຢູ່ກອງປະຊຸມສຸດຍອດທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ