ມີ​ຊາວ​ປາ​ແລັດ​ສະ​ຕິນ​ກ່​ວາ 100 ຄົນ ໄດ້​ເສຍ​ຊີ​ວິດ ຍ້ອນ​ການ​ປະ​ທະ​ກັນ​ຢູ່ ເຂດ Gaza

(VOVWORLD) -ສະພາບການສູ້ຮົບຢູ່ເຂດນີ້ ຍັງຄົງມີການຜັນແປຢ່າງສັບສົນ. ຕອນຄ່ຳວັນທີ 13 ພຶດສະພາ, ກຳລັງຄວບຄຸມເຂດ Gaza ໂດຍແມ່ນຂະບວນການມຸດສະລິມ Hamas ພ້ອມກັບກຸ່ມປະກອບອາວຸດ ໄດ້ຍິງລູກຈະຫຼວດຫຼາຍລູກໄປທາງທິດ ອິດສະລາແອນ.
ມີ​ຊາວ​ປາ​ແລັດ​ສະ​ຕິນ​ກ່​ວາ 100 ຄົນ ໄດ້​ເສຍ​ຊີ​ວິດ ຍ້ອນ​ການ​ປະ​ທະ​ກັນ​ຢູ່ ເຂດ Gaza - ảnh 1ນຳສົ່ງຜູ້ໄດ້ຮັບບາດເຈັບຈາກເຫດຍິງລູກຈະຫຼວດ (ພາບ: THX/TTXVN)

ຕາມບົດລາຍງານຫຼ້າສຸດ ຂອງ ອົງການການແພດຂອງ ປາແລັດສະຕິນ ຢູ່ ເຂດ Gaza ແລ້ວ, ມີຊາວປາແລັດສະຕິນ 103 ຄົນຖືກເສຍຊີວິດ ແລະ 580 ຄົນຖືກຮັບບາດເຈັບ ໃນບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອນ ທີ່ເລັ່ງໃສ່ເຂດດິນແດນນີ້ ນັບແຕ່ວັນທີ 10 ພຶດສະພາ. ໃນຈຳນວນຜູ້ປະສົບເຄາະຮ້າຍດັ່ງກ່າວ ມີເດັກນ້ອຍ 27 ຄົນ ແລະ ແມ່ຍິງ 11 ຄົນ.

ສະພາບການສູ້ຮົບຢູ່ເຂດນີ້ ຍັງຄົງມີການຜັນແປຢ່າງສັບສົນ. ຕອນຄ່ຳວັນທີ 13 ພຶດສະພາ, ກຳລັງຄວບຄຸມເຂດ Gaza ໂດຍແມ່ນຂະບວນການມຸດສະລິມ Hamas ພ້ອມກັບກຸ່ມປະກອບອາວຸດ ໄດ້ຍິງລູກຈະຫຼວດຫຼາຍລູກໄປທາງທິດ ອິດສະລາແອນ.

ແຕ່ວັນທີ 10 ພຶດສະພາ ມາຮອດປັດຈຸບັນ, ມີລູກຈະຫຼວດກ່ວາ 1.700 ໜ່ວຍທີ່ເລັ່ງໃສ່ບັນດາເທດສະບານຢູ່ທິດໃຕ້, ທິດກາງ ແລະ ເໜືອຂອງອິດສະລາແອນ. ໃນຂະນະນັ້ນ, ທ່ານໂຄສົກກອງທັບ ອິດສະລາແອນ ໃຫ້ຮູ້ວ່າ ໄດ້ດຳເນີນບັນດາເຫດບຸກໂຈມຕີທາງອາກາດໃສ່ 750 ເປົ້າໝາຍທີ່ແຕກຕ່າງກັນ ຢູ່ເຂດ Gaza.

ຕອບກັບ

ຂ່າວ/ບົດ​ອື່ນ