ມົດສະກູ ຍັງມີຄວາມຫວັງຢາກເຈລະຈາກັບ ວໍຊິງຕັນ

(VOVWORLD) - ເມື່ອ ອາເມລິກາ ແກ້ໄຂບັນດາບັນຫາພາຍໃນ, 2 ປະເທດອາດຈະ “ເລີ່ມດຳເນີນໃນການຕິດຕໍ່ພົວພັນ ເຖິງວ່າມັນຈະສົ່ງຜົນຮ້າຍເຖິງການພົວພັນ 2 ຝ່າຍໃນປະຈຸບັນ ໂດຍ ວໍຊິງຕັນ ກໍ່ຂຶ້ນເປັນຕົ້ນ”.

ໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ, ອັງກິດ, ຝລັ່ງ ບຸກໂຈມຕີ ຊີຣີ ດ້ວຍລູກສອນໄຟ, ໃນວັນທີ 16 ເມສາ, ວັງ Kremlin ໃຫ້ຮູ້ວ່າ: ລັດເຊຍ ຍັງມີຄວາມຫວັງຢາກເຈລະຈາກັບ ອາເມລິກາ. ທ່ານ Dmitry Peskovໂຄສົກຂອງວັງ Kremlin ໄດ້ຊີ້ແຈ້ງວ່າ: ເມື່ອ ອາເມລິກາ ແກ້ໄຂບັນດາບັນຫາພາຍໃນ, 2 ປະເທດອາດຈະ “ເລີ່ມດຳເນີນໃນການຕິດຕໍ່ພົວພັນ ເຖິງວ່າມັນຈະສົ່ງຜົນຮ້າຍເຖິງການພົວພັນ 2 ຝ່າຍໃນປະຈຸບັນ ໂດຍ ວໍຊິງຕັນ ກໍ່ຂຶ້ນເປັນຕົ້ນ”. ກໍ່ຕາມທ່ານແລ້ວ, ປະຈຸບັນ, 2 ປະເທດຍັງບໍ່ທັນດຳເນີນການປຶກສາຫາລືໃດກ່ຽວກັບຄວາມສາມາດດຳເນີນການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump.

        ແຕ່ເຖິງຢ່າງໃດກໍ່ຕາມ, ໃນວັນດຽວກັນ, ທຳນຽບຂາວໃຫ້ຮູ້ວ່າ ພວມຄິດໄລ່ຊັ່ງຊາຈັດວາງບັນດາມາດຕະການລົງໂທດສຳລັບ ລັດເຊຍ ຕື່ມອີກພາຍຫຼັງເກີດເຫດບຸກໂຈມຕີທີ່ສົງໄສນຳໃຊ້ອາວຸດເຄມີ ຢູ່ ຊີຣີ ໃນວັນທີ 7 ເມສາ ຜ່ານມາ. ຕາມໂຄສົກທຳນຽບຂາວ, ທ່ານນາງ Sarah Sanders ແລ້ວ, ວໍຊິງຕັນ ຈະຍົກອອກຄຳຕັດສິນໃນອະນາຄົດໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ