ມີປະຊາຊົນກວ່າ 100,000 ຄົນໄດ້ອອກຈາກ Nagorny-Karabakh

(VOVWORLD) - ມີປະຊາຊົນກວ່າ 100,000 ຄົນໄດ້ເດີນທາງອອກຈາກ Nagorny-Karabakh, ໝາຍຄວາມວ່າ ມີປະຊາກອນ ອາກເມເນຍ ກວ່າ 80% ໄດ້ອອກໄປ.
ມີປະຊາຊົນກວ່າ 100,000 ຄົນໄດ້ອອກຈາກ Nagorny-Karabakh  - ảnh 1ມີປະຊາຊົນກວ່າ 100,000 ຄົນໄດ້ເດີນທາງອອກຈາກ Nagorny-Karabakh
(ພາບ: AFP/TTXVN)

 ວັນທີ 30 ກັນຍາ, ອຳນາດການປົກຄອງ ອາກເມເນຍ ໄດ້ໃຫ້ຮູ້ວ່າ, ມີປະຊາຊົນກວ່າ 100,000 ຄົນໄດ້ເດີນທາງອອກຈາກ Nagorny-Karabakh, ໝາຍຄວາມວ່າ ມີປະຊາກອນ ອາກເມເນຍ ກວ່າ 80% ໄດ້ອອກໄປ. ການອົບພະຍົບໄດ້ດຳເນີນໄປພາຍຫຼັງທີ່ອຳນາດການປົກຄອງ ອາກເມເນຍ ຢູ່ Nagorny-Karabakh ຍອມຈຳນົນຕໍ່ກອງທັບ ອາແຊັກໄບຊານ ໃນການບັ້ນຮົບດ້ານການທະຫານແບບວ່ອງໄວໃນອາທິດຜ່ານມາ ແລະ ປະກາດຈະຍຸບເລີກແຕ່ວັນທີ 01 ມັງກອນ 2024.

   ວົງການນັກສັງເກດການຖືວ່າ, ຖ້າຊາວ ອາກເມເນຍ ທັງໝົດ 120,000 ຄົນໄດ້ເດີນຕາມແລວ Lachin ໄປເຖິງ ອາກເມເນຍ, ປະເທດນີ້ອາດຈະປະເຊີນໜ້າກັບວິກິດການດ້ານມະນຸດສະທຳ.

   ໂຄສົກຂອງອົງການສະຫະປະຊາຊາດ,  ທ່ານ Stephane Dujarric, ໄດ້ແຈ້ງໃຫ້ຊາບວ່າ ອົງການີ້ຈະສົ່ງຄະນະຜູ້ຕາງໜ້າໄປຍັງ Nagorny-Karabakh ໃນທ້າຍອາທິດຈະມາເຖິງ, ແມ່ນເພື່ອຕີລາຄາຄວາມຕ້ອງການ ດ້ານມະນຸດສະທໍາເປັນຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ