ມີ​ປະ​ມານ 40 ປະ​ເທດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຢູ​ແກຼນ ສ້າງ​ສາ​ປະ​ເທດ​ຄືນ​ໃໝ່

(VOVWORLD) -ການສ້າງປະເທດ ຢູແກຼນ ຄືນໃໝ່ວ່າ ອາດຈະສິ້ນເປືອງງົບປະມານປະມານ 750 ຕື້ USD.
ມີ​ປະ​ມານ 40 ປະ​ເທດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຢູ​ແກຼນ ສ້າງ​ສາ​ປະ​ເທດ​ຄືນ​ໃໝ່ - ảnh 1ຢູ່ Mariupo, ຢູແກຼນ ໃນວັນທີ 28/4/2022 (ພາບ: THX/TTXVN)

ສິ້ນສຸດການເຮັດວຽກ 2 ວັນ ຢູ່ ສະວິດ, ວັນທີ 5 ກໍລະກົດ, ກອງປະຊຸມກ່ຽວກັບການສ້າງປະເທດ ຢູແກຼນ ຄືນໃໝ່ໄດ້ອອກຖະແຫຼງການ Lugano, ໃນນັ້ນ, ມີປະມານ 40 ປະເທດ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍສ້າງສາ ຢູແກຼນ ຄືນໃໝ່ພາຍຫຼັງສົງຄາມ ເຊິ່ງໄດ້ຮັບການຕີລາຄາວ່າ ສິ້ນເປືອງ ແລະ ຍາວນານ. ຖະແຫຼງການ Lugano ໄດ້ວາງອອກຫຼັກການກ່ຽວກັບການສ້າງປະເທດ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ບັນດາປະເທດລ້ວນແຕ່ສະໜັບສະໜູນ ຢູແກຼນ ໃນເສັ້ນທາງຟື້ນຟູຍາວນານ ນັບແຕ່ໄລຍະທຳອິດ, ສະໜັບສະໜູນອະນາຄົດຂອງ ຢູແກຼນ ແລະ ລະບຽບການຂອງປະເທດທີ່ສະໝັກເຂົ້າເປັນສະມາຊິກຂອງ ສະຫະພາບເອີຣົບ (ອີຢູ) ຂອງ ຢູແກຼນ. ໃນນັ້ນ, ມີບັນດາຫຼັກການທີ່ໄດ້ຍົກອອກ, ຖະແຫຼງການ Lugano ໄດ້ກຳນົດວ່າ ຢູແກຼນ ຄວນເປັນເຈົ້າຂະບວນວິວັດແຫ່ງການສ້າງສາປະເທດຄືນໃໝ່.

ກ່ອນໜ້ານັ້ນ, ໃນວັນທີ 4 ກໍລະກົດ, ກ່າວຄຳເຫັນໃນມື້ທຳອິດຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ໃນວັນທີ 4 ກໍລະກົດ ໄດ້ປະກາດການສ້າງປະເທດ ຢູແກຼນ ຄືນໃໝ່ວ່າ ອາດຈະສິ້ນເປືອງງົບປະມານປະມານ 750 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ