ມີພະ​ນັກ​ງານ, ນັກ​ຮົບ​​ເກືອບ 16.000 ​ຄົນ ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ເດີນ​ຂະ​ບວນ​ສວນ​ສະ​ໜາມ​ລວມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 02 ກັນ​ຍາ

(VOVWORLD) - ໃນການຝຶກຊ້ອມນີ້ ປະກົດມີລະບົບອາວຸດ, ຍຸດໂທປະກອນທີ່ທັນສະໄໝ, ໃນນັ້ນ ມີຫຼາຍຜະລິດຕະພັນຂອງພື້ນຖານອຸດສາຫະກຳປ້ອງກັນຊາດ ຫວຽດນາມ ຄົ້ນຄວ້າ ແລະ ປະດິດແຕ່ງ. ຜ່ານນັ້ນ ກໍສະແດງໃຫ້ເຫັນກຳລັງແຮງຂອງເຄື່ອງຈັກ ແລະ ຄວາມພ້ອມຕໍ່ສູ້ຢ່າງສູງຂອງກອງທັບປະຊາຊົນ ຫວຽດນາມ.
ມີພະ​ນັກ​ງານ, ນັກ​ຮົບ​​ເກືອບ 16.000 ​ຄົນ ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ເດີນ​ຂະ​ບວນ​ສວນ​ສະ​ໜາມ​ລວມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 02 ກັນ​ຍາ - ảnh 1ໃນການຝຶກຊ້ອມຄັ້ງນີ້ ປະກົດມີລະບົບອາວຸດ, ຍຸດໂທປະກອນທີ່ທັນສະໄໝ (ພາບ: VTCNEWS)

ວັນທີ 05 ສິງຫາ, ຢູ່ສູນຝຶກຊ້ອມການທະຫານແຫ່ງຊາດເລກທີ 4 ຢູ່ຮ່າໂນ້ຍ, ມີພະນັກງານ, ນັກຮົບເກືອບ 16.000 ຄົນ ຈາກບັນດາກົມກອງຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ໄດ້ປະຕິບັດໜ້າທີ່ເດີນຂະບວນ, ສວນສະໜາມໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ແລະ ວັນສະຖາປະນາປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ (ໜ້າທີ່ A80), ໄດ້ດຳເນີນການຝຶກຊ້ອມລວມຄັ້ງທີ 2. ໂດຍເປັນກຽດເຂົ້າຮ່ວມປະຕິບັດໜ້າທີ A80, ທ່ານນາງ ຮ້ອຍໂທ ຫງວຽນເຟືອງແທັງ, ທະຫານເປັນມືອາຊີບ, ກ້ອນກຳລັງເພດຍັງຮັກສາສັນຕິພາບ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດ… ພາຍຫຼັງຝຶກຊ້ອມມາໄດ້ 3 ເດືອນ ແລະ ທຸກຄົນລ້ວນແຕ່ພະຍາຍາມເພື່ອປະຕິບັດໜ້າທີ່ເຊິ່ງຕົນໄດ້ມອບໝາຍໃຫ້ເປັນຢ່າງດີ. ຂ້າພະເຈົ້າປາດຖະໜາວ່າ ການຝຶກຊ້ອມລວມຄັ້ງນີ້ຈະໄດ້ຮັບຄຳເຫັນປະກອບເພື່ອທອດຖອນບົດຮຽນໃຫ້ແກ່ຕົນເອງ, ປະຕິບັດໃຫ້ດີກວ່າເພື່ອມຸ່ງໄປເຖິງວັນຊາດທີ 2 ກັນຍາ, ພວກຂ້າພະເຈົ້າໄດ້ກ້າວຍ່າງຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຕິວັດ”.

        ໃນການຝຶກຊ້ອມນີ້ ປະກົດມີລະບົບອາວຸດ, ຍຸດໂທປະກອນທີ່ທັນສະໄໝ, ໃນນັ້ນ ມີຫຼາຍຜະລິດຕະພັນຂອງພື້ນຖານອຸດສາຫະກຳປ້ອງກັນຊາດ ຫວຽດນາມ ຄົ້ນຄວ້າ ແລະ ປະດິດແຕ່ງ. ຜ່ານນັ້ນ ກໍສະແດງໃຫ້ເຫັນກຳລັງແຮງຂອງເຄື່ອງຈັກ ແລະ ຄວາມພ້ອມຕໍ່ສູ້ຢ່າງສູງຂອງກອງທັບປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ