(VOVWORLD) - ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສາຍພົວພັນແບບພິເສດນີ້ ສືບຕໍ່ສວນບົດບາດສຳຄັນ, ແມ່ນບ່ອນອີງຍຸດທະສາດໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ມຸ່ງໄປເຖິງອະນາຄົດການຮ່ວມມືແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ.
ບົດຂຽນຍ້ອງຍໍສັນລະເສີນສາຍພົວພັນ ລາວ - ຫວຽດນາມ ຂອງຂ່າວສານປະເທດລາວ (ພາບ: TTXVN) |
ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສຸງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ຢູ່ລາວ ແຕ່ວັນທີ 1 ທັນວາ ຫາວັນທີ 2 ທັນວາ 2025, ຕາມຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ໃນວັນທີ 27 - 28 ພະຈິກ, ສື່ມວນຊົນ ລາວ ມີບົດຂຽນຫຼາຍບົດຍ້ອງຍໍສັນລະເສີນສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນແບບພິເສດ ມີໜຶ່ງບໍ່ມີສອງໃນໂລກ.
ກຸ່ມ 3 ບົດຂຽນທີ່ໄດ້ເອົາລົງໃນຊື່ເອເລັກໂຕນິກຂອງໜັງສືພິມ ປະຊາຊົນ (ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ) ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແມ່ນມໍລະດົກປະຫວັດສາດອັນລ້ຳຄ່າ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ. ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສາຍພົວພັນແບບພິເສດນີ້ ສືບຕໍ່ສວນບົດບາດສຳຄັນ, ແມ່ນບ່ອນອີງຍຸດທະສາດໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ມຸ່ງໄປເຖິງອະນາຄົດການຮ່ວມມືແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ.
ໃນຂະນະນັ້ນ, ກຸ່ມ 3 ບົດຂຽນທີ່ໄດ້ເອົາລົງໃນສື່ເອເລັກໂຕນິກຂອງໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານປະເທດລາວ, ໄດ້ຢັ້ງຢືນວ່າ “ມໍລະດົກປະຫວັດສາດ ແລະ ຄຸນຄ່າອັນປະເສີດຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ”, ກໍຄືເນັ້ນໜັກວ່າ ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ, ເປັນແບບຢ່າງ ແລະ ຈິງໃຈ, ຫາຍາກໃນປະຫວັດສາດໂລກ. ໂດຍຜ່ານໄລຍະການເວລາ ແລະ ສິ່ງທົດສອບນາໆປະການ, ແຕ່ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໄດ້ກາຍເປັນມໍລະດົກອັນລ້ຳຄ່າ, ແມ່ນກົດເກນຫຼັກແຫຼ່ງ, ແມ່ນພື້ນຖານທີ່ມີສະຖຽນລະພາບຂອງສອງຊາດ.