ມີຫຼາຍບົດປະພັນຂອງ VOV ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ ABU

(VOVWORLD) -ໃນພິທີມອບລາງວັນ, ມີ 3 ຜົນງານຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ເປັນກຽດໄດ້ຮັບລາງວັນ ABU ປີ 2022.
ມີຫຼາຍບົດປະພັນຂອງ VOV ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ ABU - ảnh 1(ມອບລາງວັນໃຫ້ຜົນງານ “ບອນ” ຟຸກ (ພໍ່ ຟຸກ) ພະແນກສະຖານະການການເມືອງ (VOV1)

        ວັນທີ 29 ພະຈິກ, ພິທີມອບລາງວັນວິຊາສະເພາະຂອງສະຫະສະມາຄົມວິທະຍຸ, ໂທລະພາບອາຊີ - ປາຊີຟິກ (ABU) ປີ 2022 ເຊິ່ງດຳເນີນຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ. ເຫດການນອນໃນຂອບເຂດກອງປະຊຸມໃຫຍ່ສະຫະສະມາຄົມ ABU ຄັ້ງທີ 59.

        ໃນພິທີມອບລາງວັນ, ມີ 3 ຜົນງານຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ເປັນກຽດໄດ້ຮັບລາງວັນ ABU ປີ 2022. ນັ້ນແມ່ນຜົນງານຄື: “ບອນ” ຟຸກ (ພໍ່ ຟຸກ) ພະແນກສະຖານະການການເມືອງ (VOV1) ໄດ້ຮັບລາງວັນດີເລີດ, ໃນລາຍການກະຈາຍສຽງ, ປະເພດສາລະຄະດີສະຖານະການການເມືອງ. ຜົນງານ: “ຮ່ອມບ້ານ” ໜັງສືພິມເອເລັກໂຕນິກ VOV ໄດ້ຮັບລາງວັນດີເລີດ, ໃນລາຍການ ສື່ສານດີຈີຕອນ ແລະ ຜົນງານ “ບໍ່ຍ້ອມແພ້” ຂອງພະແນກຊົນເຜົ່າ (VOV4) ໄດ້ຮັບລາງວັນຊົມເຊີຍ, ໃນລາຍການກະຈາຍສຽງ, ຮູບແບບລາງວັນທັດສະນະກ່ຽວກັບຫົວຂໍ້ປີ 2022 “Resilience” (ຄວາມສາມາດຮັບມື, ຟື້ນຟູ). ຕີລາຄາກ່ຽວກັບຜົນງານ “ພໍ່ ຟຸກ”, ທ່ານນາງ Olya Booyar, ຫົວໜ້າກຸ່ມກະຈາຍສຽງ, ຄະນະຮັບຜິດຊອບເນື້ອໃນ ABU, ໃຫ້ຮູ້ວ່າ:

        “ຜົນງານທີ່ໄດ້ຮັບລາງວັນໄດ້ເຮັດໃຫ້ຂ້າພະເຈົ້າ ແລະ ຄະນະກຳມະການຕົກຕະລຶງ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອຜົນງານໄດ້ເຕື້ອງເຖິງວຽກງານອະນຸລັກຮັກສາທຳມະຊາດ, ພັນລະນາຄົນທຳມະດາຄົນໜຶ່ງໃຫ້ເປັນວິລະຊົນ. ພິເສດ, ມັນສ້າງຄວາມຕື້ນຕັນໃຈ, ຫວັ່ນໄຫວໃຫ້ຄະນະກຳມະການແຕ່ລະຄົນ. ວິທີນຳໃຊ້ສຽງຂອງຕົວລະຄອນ, ວິທີທີ່ລາວ ຮ້ອງເພງກໍ່ພິເສດທີ່ສຸດ. ມີພຽງຜົນງານ 1 ຂອງ VOV ພ້ອມກັບ 3 ຜົນງານຂອງວິທະຍຸກະຈາຍສຽງອື່ນຂອງ ຈີນ ໄດ້ເຂົ້າຮອບຊິງຊະນະເລີດ. ແລະສຸດທ້າຍມີແຕ່ຜົນງານຂອງ VOV ໄດ້ຮັບລາງວັນຊະນະເລີດ”.

        ເລື່ອງໄດ້ຮັບລາງວັນໃນຄັ້ງນີ້ ບໍ່ພຽງແຕ່ເປັນກຽດຂອງຜູ້ຂຽນເທົ່ານັ້ນ ຫາກຍັງແມ່ນອິດທິພົນຊື່ສຽງຂອງອົງການສື່ມວນຊົນອີກດ້ວຍ. ທ່ານເລຂາທິການໃຫຍ່ ABU, Javad Mottagi, ຖືວ່າ:

        “VOV ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ABU ໃນຊຸມປີຜ່ານມາ. ມີຫຼາຍສະມາຊິກວິທະຍຸກະຈາຍສຽງ ABU, ບໍ່ພຽງແຕ່ VOV, ຕ້ອງປະເຊີນໜ້າກັບສິ່ງທ້າທາຍໃນວິວັດການເຄື່ອນໄຫວກໍ່ຕາມ ແຕ່ວິທີເພື່ອໃຫ້ພວກເຮົາກ້າວຂຶ້ນແມ່ນຕ້ອງຮ່ວມມືນຳກັນ. ພວກຂ້າພະເຈົ້າຕີລາຄາສູງຕໍ່ເລື່ອງຮ່ວມມື, ໂອ້ລົມສົນທະນາ, ແບ່ງປັນກ່ຽວກັບບັນດາສິ່ງທ້າທາຍ ແລະ ວິທີເພື່ອຫັນສິ່ງທ້າທາຍໃຫ້ກາຍເປັນກາລະໂອກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ