ມີຫຼາຍ​ປະ​ເທດ​ຜ່ອນ​ຜັນ​ບັນ​ດາ​ມາດ​​ຕະ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ - 19

(VOVWORLD) -ປັດຈຸບັນ, ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 74,6 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 900.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.



ມີຫຼາຍ​ປະ​ເທດ​ຜ່ອນ​ຜັນ​ບັນ​ດາ​ມາດ​​ຕະ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 3,3 ລ້ານຄົນ, ດັ່ງນັ້ນ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ມັງກອນ, ໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກ່ວາ 366,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,65 ລ້ານຄົນ.

ປັດຈຸບັນ, ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 74,6 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 900.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ອຳນາດການປົກຄອງເຂດປົກຄອງພິເສດ ຮົ່ງກົງ (ຈີນ) ໄດ້ຕັດສິນໃຈຫຼຸດເວລາການແຍກຕົວແບບບັງຄັບສຳລັບຜູ້ເຂົ້າເມືອງແຕ່ 21 ມື້ລົງເຫຼືອ 14 ມື້ນັບແຕ່ວັນທີ 5 ກຸມພາຈະມາເຖິງ.  

ສ່ວນຢູ່ ຫວຽດນາມ, ວັນທີ 28 ມັງກອນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.929 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.600 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 141 ຄົນ

ຕອບກັບ

ຂ່າວ/ບົດ​ອື່ນ