ມອບຂໍ້​ຕົກ​ລົງ​ໃຫ້​​ນາຍທະ​ຫານ ຫວຽດ​ນາມ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສຳ​ນັກ​ງານ ສ​ປ​ຊ

(VOVWORLD) -ຕອນເຊົ້າວັນທີ 12 ມີນາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງ ປະທານປະເທດໃຫ້ແກ່ນາຍທະຫານໄປປະຕິບັດໜ້າທີ່ຢູ່ ສຳນັກງານ ສປຊ; ສະຫຼຸບອາຍຸການປະຕິບັດງານໃຫ້ນາຍທະຫານ ຫວຽດນາມ ທີ່ປະຕິບັດສຳເລັດອາຍຸການຢູ່ຄະນະຮັກສາສັນຕິພາບ ສປຊ ປະຈຳ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ.
ມອບຂໍ້​ຕົກ​ລົງ​ໃຫ້​​ນາຍທະ​ຫານ ຫວຽດ​ນາມ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສຳ​ນັກ​ງານ ສ​ປ​ຊ - ảnh 1ທ່ານພົນໂທ ຫງວຽນຈິຫວິ້ງ ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງໃຫ້ນາຍທະຫານ ຫວຽດນາມ ໄປປະຕິບັດໜ້າທີ່ຢູ່ ສຳນັກງານ ສປຊ (ພາບ: TTXNV)

ທ່ານພົນໂທ ຫງວຽນຈິຫວິ້ງ ໄດ້ມອບຂໍ້ຕົກລົງໃຫ້ແກ່ທ່ານພັນຕີ ເຈິ່ນດຶກເຫືອງ, ກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ ເປັນນາຍທະຫານເສນາທິການ ແຜນການຂຶ້ນກັບພະແນກແຜນການການທະຫານ, ຫ້ອງການບັນດາບັນຫາການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບ ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ.

        ເມື່ອຕີລາຄາກ່ຽວກັບໝາກຜົນການປະຕິບັດໜ້າທີ່ຂອງນາຍທະຫານ ຫວຽດນາມ ຢູ່ ສປຊ, ທ່ານພົນໂທ ຫງວຽນຈິຫວິ້ງ ຢັ້ງຢືນ ລະດັບຄວາມຮູ້, ຄວາມສາມາດ, ຄວາມກ້າວໜ້າຢ່າງກະໂດດຂັ້ນຂອງບັນດານາຍທະຫານ ຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ສປຊ ແລະ ໄດ້ຮັບການຕີລາຄາວ່າ ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ ແລະ ບັນລຸຜົນງານດີເດັ່ນໃນຫຼາຍດ້ານ. ທ່ານຫວັງວ່າ, ບັນດານາຍທະຫານ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການກັບບັນດານາຍທະຫານ ຫວຽດນາມ ທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ