ມອບຂອງຂວັນປີໃໝ່ ໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ວຽງຈັນ ທີ່ທຸກຍາກ

ມອບຂອງຂວັນປີໃໝ່ ໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ວຽງຈັນ ທີ່ທຸກຍາກ - ảnh 1
ມອບຂອງຂວັນ​ປີ​ໃໝ່ ​ໃຫ້​ແກ່​ພໍ​່ແມ່​ປະຊາຊົນ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ວຽງ​ຈັນ
(ພາບ: TTXVN)


(vovworld) - ວັນ​ທີ 23/01, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະມາຄົມ​ຊາວຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຈັດ​ພິທີ​ມອບຂອງຂວັນ​ປີ​ໃໝ່ ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ວຽງ​ຈັນ ທີ່ທຸກ​ຍາກ, ຊ່ວຍ​ພໍ່​ແມ່​ປະຊາຊົນ​ມີ​ເງື່ອນ​ໄຂ​ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ເມຍ 2014 ​ໃກ້​ຈະ​ມາຮອດ.

        ​ຂອງຂວັນ 44 ພູດ ​ໄດ້​ມອບ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ. ອ້າຍ ຟ້າ​ມວັນ​ຮຸ່ງ, ຮອງ​ປະທານ​ສະມາຄົມ​ ​ໃຫ້​ຮູ້​ວ່າ, ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັບ​ການ​ພັດທະນາຂອງ​ປະ​ເທດ​ລາວ, ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ​ ​ເວົ້າ​ລວມ ​ແລະ ຢູ່​ນະຄອນຫຼວງ​ວຽງ​ຈັນ​ເວົ້າ​ສະ​ເພາະ ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ​ແຕ່​ຍັງ​ມີ​ບາງ​ຄອບຄົວ, ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວ​ຢູ່​ໂດດ​ດ່ຽວຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ. ສະມາຄົມນະຄອນ ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອພໍ​່ແມ່​ປະຊາຊົນນັບທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ລາວ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ບຸນ​ປີ​ໃໝ່ ພວມ​ວຽນມາ.

ຂ່າວ/ບົດ​ອື່ນ