ມອບລາງວັນ ດາວແດງ ປີ 2014

ມອບລາງວັນ ດາວແດງ ປີ 2014 - ảnh 1
(​ພິທີມອບ​ລາງວັນ ດາວ​ແດງ ປີ 2014)

(vovworld) – ​ໃນ​ຂອບ​ເຂດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 5 ອາຍຸ​ການ 2014 – 2017. ຕອນ​ຄໍ່າ​ວັນ​ທີ 30/08, ຢູ່​ຮ່າ​​ໂນ້ຍ ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ດາວ​ແດງ ປີ 2014. ທີ່​ພິທີ, ຄະນະ​ຈັດ​ຕັ້ງ​ໄດ້​ຍ້ອງຍໍ​ນັກທຸລະກິດ​ໜຸ່ມ 100 ຄົນ​ທີ່ດີ​ເດັ່ນ​ປີ 2014. ນີ​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງລຸ່ນນັກທຸລະກິດ​ໃໝ່, ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ບື່ນຕົວ​ຂຶ້ນ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຍັງ​ປະ​ສົບກັບ​ຄວາມ​ຫຍຸງ​ຍາກ​, ​ສິ່ງທ້າ​ທາຍ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຄື​ປະຈຸ​ບັນ. ​ໃນ​ຈຳນວນ ນັກທຸລະກິດ​ໜຸ່ມດີ​ເດັ່ນ 100 ຄົນ, ມີ​ນັກທຸລະກິດ​ໜຸ່ມ​ດີ​ເດັ່ນ 10 ຄົນ ​ໄດ້​ຮັບ​ລາງວັນ​ດາວ​ແດງ​ປີ 2014. ກ່າ​ວຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີຫວຽດນາມ ຫວູວັນ​ນິງ ຊີ້​ແຈ້ງວ່າ.

        “ລັດຖະບານ​ສືບ​ຕໍ່​​ມານະພະ​ຍາ​ຍາມ​ກວ່າ​ອີກໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອນ​ໃຫ້​ວິ​ສາ​ຫະກິດ, ນັກທຸ​ລະ​ກິດ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ຊອບ​ທຳ, ກໍ່ສ້າງ ​ແລະ ພັດທະນາ​ວິ​ສາ​ຫະກິດ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່, ໝັ້ນຄົງ, ​ເຂັ້ມ​ແຂງ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ນັກທຸລະກິດ​ໜຸ່ມ 10 ຄົນທີ່​ໄດ້​ຮັບ​ລາງວັນດາວແດງ​ດີ​ເດັ່ນ​ໃນ​ປີ​ນີ້ ຈະ​ສືບ​ຕໍ່ “ບຸກທະລຸ”, ສົມ​ເປັນ​ບັນດາ​ນັກຮົບ​ປະຈັນບານ​​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ