ມອບ​ລາງວັນ ບຸ່ຍ​ຊວັນ​ຟາຍ - ເພື່ອ​ຄວາ​ມ​ຮັກ​ຮ່າ​ໂນ້ຍ ຄັ້ງ​ທີ 16

(VOVWORLD) - ຕອນບ່າຍວັນທີ 05 ຕຸລາ, ຢູ່ຮ່າໂນ້ຍ, ໜັງສືພິມ ກິລາ ແລະ ວັດທະນະທຳ (ສຳນັກຂ່າວສານ ຫວຽດນາມ) ໄດ້ຈັດພິທີມອບລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ ຄັ້ງທີ 16 ປີ 2023.
ມອບ​ລາງວັນ ບຸ່ຍ​ຊວັນ​ຟາຍ - ເພື່ອ​ຄວາ​ມ​ຮັກ​ຮ່າ​ໂນ້ຍ ຄັ້ງ​ທີ 16 - ảnh 1ພິທີມອບລາງວັນ (ພາບ: vov.vn)
 
 

ລາງວັນນີ້ເພື່ອແນໃສ່ເຊີດຊູພາລະກິດຂອງນັກແຕ້ມຜູ້ມີຊື່ສຽງ ບຸ່ຍຊວັນຟາຍ ແລະ ສືບຕໍ່ສະແດງຄວາມຮັກຂອງທ່ານທີ່ມີຕໍ່ຮ່າໂນ້ຍ. ລາງວັນດັ່ງກ່າວໄດ້ມອບໃນທຸກໆປີ ເພື່ອແນໃສ່ລະດົມກຳລັງໃຈ, ສົ່ງເສີມບັນດານັກແຕ້ມໃນການປະດິດແຕ່ງ, ປະດິດຄິດສ້າງບັນດາຜົນງານວັດທະນະທຳ, ສິລະປະ, ພ້ອມທັງຂົນຂວາຍ, ສົ່ງເສີມການເຄື່ອນໄຫວທີ່ດີງາມເພື່ອຄວາມຮັກຮ່າໂນ້ຍ ຂອງປະຊາຊົນ, ປະກອບສ່ວນສ້າງຊີວິດທາງດ້ານວັດທະນະທຳຂອງປະຊາຊົນນະຄອນຫຼວງ. ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:

        “ດ້ວຍປະຫວັດສາດ 16 ປີ ແຫ່ງການສ້າງ ແລະ ພັດທະນາຂອງລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາຜະລິດຕະພັນວັດທະນະທຳທີ່ມີຄຸນນະພາບ, ເປັນເອກະລັກ, ພິເສດສະເພາະກ່ຽວກັບຄວາມຮັກຮ່າໂນ້ຍຂອງນັກແຕ້ມນັ້ນ ຈະສືບຕໍ່ແຜ່ຂະຫຍາຍຫຼາຍກວ່າອີກ, ດ້ວຍເປົ້າໝາຍເສີມຂະຫຍາຍແຫຼ່ງກຳລັງວັດທະນະທຳ, ຊັບພະຍາກອນມະນຸດຢ່າງສຸດຂີດ, ສ້າງກຳລັງແຮງພາຍໃນ. ວັດທະນະທຳ ແລະ ມະນຸດ ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ, ຫາກຍັງແມ່ນພື້ນຖານທາງດ້ານຈິດໃຈ, ແມ່ນແຫຼ່ງກຳລັງໜູນເພື່ອພັດທະນານະຄອນຫຼວງທີ່ມີຄວາມສະຫງົບປອດໄພ, ວັດທະນາຖາວອນ, ອະລິຍະທຳ, ສີວິໄລ, ທັນສະໄໝ”.

        ປີນີ້, ລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ມອບລາງວັນໃນ 4 ລາຍການ ເຊິ່ງລວມມີ: ຜົນງານ - ເພື່ອຄວາມຮັກ ຮ່າໂນ້ຍ; ການກະທຳ - ເພື່ອຄວາມຮັກຮ່າໂນ້ຍ; ແນວຄວາມຄິດ - ເພື່ອຄວາມຮັກຮ່າໂນ້ຍ ແລະ ລາງວັນ ໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ