ມອບ​ລາງວັນ​ການ​ເສັງ​ຂຽນ ແລະ ເກັບກຳ​​ວັດ​ຖຸ​ພັນ “ຄວາມ​ຮັກ​ໃນ​ສົງ​ຄາມ”

(VOVWORLD) -  ພາຍຫຼັງປະຕິບັດມາເປັນເວລາ 5 ປີ, ໄລ່ມາຮອດປັດຈຸບັນ, ການເສັງຂຽນ ແລະ ເກັບກຳວັດຖຸພັນ “ຄວາມຮັກໃນສົງຄາມ” ໄດ້ປະສົບຜົນສຳເລັດຢ່າງຈົບງານ. ນັບຮ້ອຍບົດຂຽນທີ່ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງໄດ້ຮັບອະນຸຍາດໃຫ້ພິມ ແລະ ຈຳໜ່າຍ. 
ມອບ​ລາງວັນ​ການ​ເສັງ​ຂຽນ ແລະ ເກັບກຳ​​ວັດ​ຖຸ​ພັນ “ຄວາມ​ຮັກ​ໃນ​ສົງ​ຄາມ” - ảnh 1ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ ແລະ ເກັບກຳວັດຖຸພັນພາຍໃຕ້ຫົວຂໍ້ “ຄວາມຮັກໃນສົງຄາມ”

ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ ແລະ ເກັບກຳວັດຖຸພັນພາຍໃຕ້ຫົວຂໍ້ “ຄວາມຮັກໃນສົງຄາມ” ໄດ້ດຳເນີນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວໂດຍອົງການ “ຫົວໃຈນັກຮົບ ຫວຽດນາມ”, ຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະໂມສອນ “ເກນອາຍຸ 20 ປີ ອຳມະຕະ” ສົມທົບກັນຈັດຕັ້ງ.

        ພາຍຫຼັງປະຕິບັດມາເປັນເວລາ 5 ປີ, ໄລ່ມາຮອດປັດຈຸບັນ, ການເສັງຂຽນ ແລະ ເກັບກຳວັດຖຸພັນ “ຄວາມຮັກໃນສົງຄາມ” ໄດ້ປະສົບຜົນສຳເລັດຢ່າງຈົບງານ. ນັບຮ້ອຍບົດຂຽນທີ່ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງໄດ້ຮັບອະນຸຍາດໃຫ້ພິມ ແລະ ຈຳໜ່າຍ. ນັບຮ້ອຍວັດຖຸພັນທີ່ມີຄຸນຄ່າແມ່ນໄດ້ຮັບການບໍລິຈາກ. ຫຼາຍເຫດການວັດທະນະທຳ “ເຊີດຊູ ແລະ ຈາລຶກບຸນຄຸນ” ໂດຍອົງການ “ຫົວໃຈຂອງນັກຮົບ ຫວຽດນາມ”, ຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະໂມສອນ “ເກນອາຍຸ 20 ປີອຳມະຕະ” ສົມທົບກັນປະຕິບັດ. ລາງວັນທີ 1 ໄດ້ແກ່ບົດຂຽນ “ຊີວິດຍັງຄົງຕົວຕະຫຼອດການ” ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈິ່ນມິງຕຽນ (1945 – 1968). ນອກຈາກນັ້ນແລ້ວ ຍັງມີ 7 ບົດຂຽນອື່ນກໍໄດ້ຮັບລາງວັນປະເພດດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ