ມອບລາງວັນການເສັງລະດັບຊາດກ່ຽວກັບການປົວແປງນຳໃຊ້ ແລະປົກປ້ອງແຫຼ່ງນ້ຳ

ມອບລາງວັນການເສັງລະດັບຊາດກ່ຽວກັບການປົວແປງນຳໃຊ້ ແລະປົກປ້ອງແຫຼ່ງນ້ຳ - ảnh 1
(ພິທີ​ສະຫຼຸບ 10 ​ປີ​ການ​ເສັງ ​ແລະ ມອບ​ລາງ​ວັນການເສັງ​ລະ​ດັບ​ຊາດ​
ກ່ຽວ​ກັບ​ການ​ປົວ​ແປງ​ການນຳ​ໃຊ້ ​ແລະ ປົກ​​ປັກ​ຮັກສາແຫຼ່ງນ້ຳຄັ້ງ​ທີ 10)


(vovworld) - ພິທີ​ສະຫຼຸບ 10 ​ປີ​ການ​ເສັງ ​ແລະ ມອບ​ລາງ​ວັນການເສັງ​ລະ​ດັບ​ຊາດ​ກ່ຽວ​ກັບ​ການ​ປົວ​ແປງ​ການນຳ​ໃຊ້ ​ແລະ ປົກ​​ປັກ​ຮັກສາແຫຼ່ງນ້ຳຄັ້ງ​ທີ 10 ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 09/06, ຢູ່​ຮ່າ​​ໂນ້ຍ. ການ​ສອບ​ເສັງ​ໂດຍ​ກະຊວງ​ຊັບພະ​ຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ສະຫະ​ພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽດນາມ ​ແລະ ສະມາຄົມ​ປັກ​ປັກ​ຮັກສາ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ຜ່ານ​ໄລຍະ 10 ​ປີ​ແຫ່ງ​ການຈັດ​ຕັ້ງ, ບັນດາກິດຈະກຳເຂົ້າ​ຮ່ວມ​ການ​ສອບ​ເສັງ​ທີ​່ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ, ປະກອບສ່ວນ​ໂຄສະ​ນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ໃນ​ການ​ນຳ​ໃຊ້, ຂຸດ​ຄົ້ນ​ຢ່າງ​ເໝາະ​ສົມ ​ແລະ ປົກປັກ​ຮັກສາ​ແຫຼ່ງນ້ຳ. ມີ​ນັກຮຽນ​ກວ່າ 30.000 ຄົນງ ​ໄດ້​ເຂົ້າ​ຮ່ວມ​ດ້ວຍ 12.000 ​ແຜນ​ຮ່າງ. ​ໃນ​ການ​ສອບ​ເສັງ 9 ຄັ້ງ​ກອນ, ມີ​ນັກຮຽນ 20 ຄົນ​ຍາດ​ລາງວັນ ​ໄດ້​ໄປ​ສະ​ວິດ ​ເຂົ້າ​ຮ່ວມ​ການ​ເສັງ​ສາກົນ. ​ແຕ່​ຍັງ​ບໍ່​ທັນ​ມີ​ນັກຮຽນ​ໃດຍາດ​ໄດ້​ລາງວັນ​ສາກົນ, ​ແຕ່​ໄດ້​ມີ​ບົດຮຽນ​ລ້ຳ​ຄ່າ​ຫຼາຍ​ຢ່າງ, ມີ​ຜົນງານ​ດີ​ສຳລັບ​ບັນດາ​ລຸ່ນນັກ​ສຶກສາ​ຢູ່​ບັນດາ​ໂຮງຮຽນ.

        ການ​ສອບ​ເສ​ັງລະດັບ​ຊາດ​ກ່ຽວ​ກັບ​ການ​ປົວ​ແປງ​ການນຳ​ໃຊ້ ​ແລະ ປົກປັກ​ຮັກສາແຫຼ່ງນ້ຳຄັ້ງ​ທີ 10 ມີ 400 ກວ່າ​ກິດຈະກຳເຂົ້າ​ຮ່ວມ​ການ​ສອບ​ເສັງ​ຂອງ​ນັກຮຽນ​ໃນ​ທົ່ວ​ປະ​ເທດ. ຄະນະ​ຈັດ​​ຕັ້ງ​ໄດ້ເລືອກ​ 11 ກິດຈະກຳດີ​ເດັ່ນ​ເພື່ອ​ມອບ​ລາງວັນ.

ຂ່າວ/ບົດ​ອື່ນ