ມອບລາງວັນດາວແດງ - ນັກທຸລະກິດໜຸ່ມ ຫວຽດນາມ ດີເດັ່ນປີ 2017

(VOVWORLD) -ຕອນຄ່ຳວັນທີ 28 ທັນວາ, ທີ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຕັ້ງພິທີມອບລາງວັນດາວແດງ - ນັກທຸລະກິດໜຸ່ມ ຫວຽດນາມ ດີເດັ່ນ 2017.
ມອບລາງວັນດາວແດງ - ນັກທຸລະກິດໜຸ່ມ ຫວຽດນາມ ດີເດັ່ນປີ 2017 - ảnh 1ພິທີມອບລາງວັນດາວແດງ - ນັກທຸລະກິດໜຸ່ມ ຫວຽດນາມ ດີເດັ່ນປີ 2017 (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກທຸລະກິດມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ເພື່ອປັບຕົວເຂົ້າກັບບັນດາຮູບການເສດຖະກິດໃໝ່ຢ່າງວ່ອງໄວ, ເປີດກ້ວາງຂອບເຂດດຳເນີນທຸລະກິດອອກສູ່ທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະແດງຄວາມເຊື່ອໝັ້ນວ່າ ບັນດານັກທຸລະກິດທີ່ຍາດໄດ້ລາງວັນດາວແດງ ຈະສູ້ຊົນເພື່ອໃຫ້ສົມກັບນາມມະຍົດທີ່ໄດ້ຮັບ, ເຄື່ອນໄຫວດຳເນີນທຸລະກິດໃຫ້ມີລັກສະນະອາຊີບ ເພື່ອພັດທະນາແບບຍືນຍົງກ່ວາ, ປະກອບສ່ວນນຳປະເທດ ຫວຽດນາມ ກາຍເປັນປະເທດອຸດສາຫະກຳທັນສະໄໝໃນໄລຍະໃໝ່ຢ່າງບໍ່ຢຸດຢັ້ງ.

        ທີ່ພິທີ, ມີນັກທຸລະກິດໜຸ່ມ ຫວຽດນາມ ທີ່ດີເດັ່ນ 2017 100 ຄົນໄດ້ຮັບການເຊີດຊູ, ໃນນັ້ນ ມີນັກທຸລະກິດດີເລີດ 10 ຄົນໄດ້ຮັບລາງວັນດາວແດງ 2017.

ຕອບກັບ

ຂ່າວ/ບົດ​ອື່ນ