ມອບສົ່ງພົນລະເມືອງ ມາເລເຊຍ ຖືກເຄາະຮ້າຍຢູ່ທະເລ ຫວຽດນາມ

(VOVWORLD) - ວັນທີ 01 ສິງຫາ, ທີ່ນະຄອນ ຫວູງເຕົາ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ບາເຣຍ - ຫວູງເຕົາ
ມອບສົ່ງພົນລະເມືອງ ມາເລເຊຍ ຖືກເຄາະຮ້າຍຢູ່ທະເລ ຫວຽດນາມ - ảnh 1 ພົນລະເມືອງ ມາເລເຊຍ ຖືກເຄາະຮ້າຍຢູ່ທະເລ ຫວຽດນາມ (ພາບ: TTXVN)

ຈັດຕັ້ງການມອບສົ່ງພົນລະເມືອງ Suhaimi Bin Muhamad (ເກີດປີ 1976, ສັນຊາດ ມາເລເຊຍ) ຖືກເຄາະຮ້າຍຢູ່ເຂດທະເລ ຫວຽດນາມ ໃຫ້ສະຖານກົງສູນໃຫຍ່ ມາເລເຊຍ ປະຈຳນະຄອນ ໂຮ່ຈີມິນ. ທີ່ພິທີສົ່ງຄືນ ທ່ານ Zahirudin Abd Wahid ຮອງຫົວໜ້າສະຖານກົງສູນໃຫຍ່ ມາເລເຊຍ ປະຈຳນະຄອນ ໂຮ່ຈີມິນ ໄດ້ຂອບໃຈການຊ່ວຍເຫຼືອອັນລ້ຳຄ່າຂອງກອງບັນຊາການທະຫານປ້ອງກັນຊາຍແດນ ບາເຣຍ - ຫວູງເຕົາ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ບາເຣຍ - ຫວູງເຕົາ ເວົ້າສະເພາະ, ຂອງ ຫວຽດນາມ ເວົ້າລວມ, ທີ່ໄດ້ສົ່ງເສີມການກິນຢູ່, ດ້ວຍຈິດໃຈມະນຸດສະທຳໃຫ້ພົນລະເມືອງ Suhaimi Bin Muhamad ຜູ້ຖືກເຄາະຮ້າຍຢູ່ທະເລ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ