ມອບສົ່ງສູນພາສາຫວຽດນາມໃຫ້ປະຊາຊົນແຂວງຫົວພັນ,ປະເທດລາວ

ມອບສົ່ງສູນພາສາຫວຽດນາມໃຫ້ປະຊາຊົນແຂວງຫົວພັນ,ປະເທດລາວ - ảnh 1
ສູນ​ພາ​ສາ ຫວຽດ​ນາມ ຢູ່​ແຂວງ​ຫົວ​ພັນ

(​vovworld) – ​ ​ສູນ​ພາ​ສາ ຫວຽດ​ນາມ ນອນ​ໃນ​ເນື້ອ​ທີ່​ດິ​ນ 3 ha ຢູ່​ໃກ້​ກັບ​ໃຈ​ກາງ​ເມືອງ​ວຽງ​ໄຊ, ແຂວງ​ຫົວ​ພັນ, ປະ​ເທດ​ລາວ, ດ້ວຍ​ວັດ​ຖຸ​ອຸ​ປະ​ກອນຢ່າງ​ຄົບ​ຖ້ວນ ​ສ້າງ​ຄວາມສະ​ດວກ​ໃຫ້​ແກ່​ວຽກ​ງານ​ສິດ​ສອນ ແລະ ຮ​່ຳ​ຮຽນ ກໍ​ຄື​ວຽກ​ງານ​ຄຸ້ມ​ຄອງ, ບໍ​ລິ​ຫານ​ໂຮງ​ຮຽນ. ນີ້​ແມ່ນ​ຂອງ​ຂວັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ມອບ​ໃຫ້​ລູກຫຼານ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຢູ່​ທ້ອງ​ຖິ່ນ ແລະ ລູກຫຼານ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຫົວ​ພັນ, ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ກ່ຽວ​ກັບ​ພາ​ສາ ຫວຽດ​ນາມ ​ໃຫ້​ແກ່ພວ​ກ​ນ້ອງ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ສົ່ງ​ກິດ​ຈະ​ກຳ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 4/6, ຢູ່​ເມືອງ ວຽງ​ໄຊ, ແຂວງ ຫົວ​ພັນ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜ​ນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ, ຮອງ​ປະ​ທານ​ອະ​ນຸ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ -ລາວ ຫງວຽນ​ຈີ໋​ຢູ້ງ ຢັ້ງ​ຢືນ​ວ່າ: ເລື່ອງມອບ​ສົ່ງ ແລະ ນຳ​ກິດ​ຈະ​ກຳ​ດັ່ງ​ກ່າວ​ເຂົ້າ​ເຄື່ອ​ນ​ໄຫວ​ໄດ້​ສະ​ແດ​ງ​​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ 2 ປະ​ເທດກໍ່​ຄື​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສ​ຳ​ລັບ​ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ແຂວງ ຫົວ​ພັນ ເວົ້າ​ສະ​ເພາະ ແລະ ໃນ​ທົ່ວ​ປະ​ເທດ​ລາວ ເວົ້າ​ລວມ. ທີ່​ພິ​ທີ, ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜ​ນ​ການ ແລະ ການ​ລົງ​ ທຶນລາວ, ຮອງ​ປະ​ທານ​ອະ​ນຸ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ ຄຳ​ເຜີຍ ແກ້ວ​ກິນ​ນາ​ລ​ີ ຮຽກ​ຮ້ອງ​ໃຫ້​ແຂວງ ຫ​ົວ​ພັນ ສົມ​ທົບ​ກັບ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ສ້າງ​ແຜນ​ການ​ນຳ​ໃຊ້​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ເໝາະ​ສົມ​ກັບ​ຈຸດ​ປະ​ສົງ​ຂອງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພຸນ​ຄຸນ​ສ້າງ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ - ລ​າວ ​ໃຫ້ສວຍ​ສົດ​ງົດ​ງາມ, ໝັ້​ນ​ຄົງ​ທະ​ນົງ​ແກ່ນ​ໄປ​ຊົ່ວ​ກາ​ລະ​ນານ.
ຂ່າວ/ບົດ​ອື່ນ