ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ

(VOVWORLD) - ດ້ວຍບົດບາດແມ່ນຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ, ທ່ານນາງ ພິມພາ ແກ້ວມີໄຊ ໄດ້ເຂົ້າຮ່ວມການສ້າງ ແລະ ເປີດກ້ວາງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ...
ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ - ảnh 1ພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງບັນດາປະຊາຊາດ”  ໃຫ້ທ່ານນາງ ພິມພາ ແກ້ວມີໄຊ, ຫົວໜ້າສະຖານກົງສູນໃຫຍ່ ລາວ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງບັນດາປະຊາຊາດ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ທ່ານນາງ ພິມພາ ແກ້ວມີໄຊ, ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ໋ຫວຽດຮ່າ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ດ້ວຍບົດບາດແມ່ນຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ, ທ່ານນາງ ພິມພາ ແກ້ວມີໄຊ ໄດ້ເຂົ້າຮ່ວມການສ້າງ ແລະ ເປີດກ້ວາງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ເວົ້າລວມ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ເວົ້າສະເພາະ, ກັບປະຊາຊົນລາວ, ໃນບັນດາຂົງເຂດຮ່ວມມືເສດຖະກິດ - ການຄ້າ, ການພົວພັນແລກປ່ຽນວັດທະນະທຳ - ກິລາ, ການແພດ, ການສຶກສາ…

        ສ່ວນທ່ານນາງ ພິມພາ ແກ້ວມີໄຊ ຢັ້ງຢືນວ່າ ເຖິງວ່າໃນຖານະຕຳແໜ່ງໃດ ແລະ ຢູ່ບ່ອນໃດກໍ່ຕາມກໍ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຕັ້ງໜ້າເຂົ້າຮ່ວມ ບັນດາການເຄື່ອນໄຫວສ້າງ, ປັບປຸງ, ພັດທະນາການພົວພັນມິດຕະພາບອັນດີງາມ, ຄວາມສະໜິດຕິດພັນເປັນຈິດໜຶ່ງໃຈດຽວລະຫວ່າງປະຊາຊົນລາວ ກັບ ປະຊາຊົນ ຫວຽດນາມ, ໃນນັ້ນມີປະຊາຊົນນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ