ມອບຫຼຽນ​ກາລະ​ນຶກ “ເພື່ອສັນ​ຕິ​ພາບ​ລະ​ຫວ່າງ​ບັນ​ດາ​ຊາດ” ໃຫ້​ແກ່ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ມາ​ເລ​ເຊຍ ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) - ທ່ານນາງ Wong Chia Chiann ໄດ້ຕັ້ງໜ້າເປັນເຈົ້າພາບຈັດຕັ້ງ, ເຂົ້າຮ່ວມຫຼາຍເຫດການ, ໂຄງການຊ່ວຍສະໜິດຕິດພັນ, ເປີດກວ້າງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ມອບຫຼຽນ​ກາລະ​ນຶກ “ເພື່ອສັນ​ຕິ​ພາບ​ລະ​ຫວ່າງ​ບັນ​ດາ​ຊາດ” ໃຫ້​ແກ່ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ມາ​ເລ​ເຊຍ ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1ທ່ານນາງ ເຈິ່ນຮ່ວາງແຄ້ງເວິນ ມອບຫຼຽນກາລະນຶກ “ເພື່ອສັນຕິພາບລະຫວ່າງບັນດາຊາດ” ໃຫ້ແກ່ຫົວໜ້າສະຖານກົງສູນໃຫຍ່ ມາເລເຊຍ ປະຈຳນະຄອນໂຮ່ຈີມິນ (ພາບ: TTXVN)

ຕອນເຊົ້າວັນທີ 13 ກໍລະກົດ ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດພິທີມອບຫຼຽນກາລະນຶກ ເພື່ອສັນຕິພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານນາງ Wong Chia Chiann ຫົວໜ້າສະຖານທີ່ກົງສູນໃຫຍ່ ມາເລເຊຍ ປະຈຳ ນະຄອນໂຮ່ຈີມິນ. ທີ່ພິທີມອບຮັບ, ທ່ານນາງ ເຈິ່ນຮ່ວາງແຄ້ງເວິນ ຮອງຫົວໜ້າຫ້ອງການຕາງໜ້າສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ປະຈຳພາກໃຕ້ ໃຫ້ຮູ້ວ່າ ນັບແຕ່ເວລາເຮັດວຽກຢູ່ ຫວຽດນາມ ແຕ່ເດືອນຕຸລາ ປີ 2019 ມາຮອດປັດຈຸບັນ, ດ້ວຍບົດບາດແມ່ນຫົວໜ້າສະຖານທີກົງສູນ ມາເລເຊຍ ປະຈຳ ນະຄອນໂຮ່ຈີມິນ, ທ່ານນາງ Wong Chia Chiann ໄດ້ຕັ້ງໜ້າເປັນເຈົ້າພາບຈັດຕັ້ງ, ເຂົ້າຮ່ວມຫຼາຍເຫດການ, ໂຄງການຊ່ວຍສະໜິດຕິດພັນ, ເປີດກວ້າງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ... ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ບັນດາການເຄື່ອນໄຫວບໍ່ພຽງແຕ່ ຢູ່ມາເລເຊຍ ແລະ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ບັນດາປະເທດຕ່າງໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ