ມອບຫຼຽນກາ,ຫຼຽນໄຊຂອງລາວໃຫ້ພະນັກງານ,ຊ່ຽວຊານທະຫານອາສາສະໝັກຫວຽດນາມ

ມອບຫຼຽນກາ,ຫຼຽນໄຊຂອງລາວໃຫ້ພະນັກງານ,ຊ່ຽວຊານທະຫານອາສາສະໝັກຫວຽດນາມ - ảnh 1
ພິ​ທີ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2/11
(ພາບ: nhandan.com.vn)

(vovworld)- ​ຕອນ​ເຊົ້າ​ວັນ​ທີ 2/11, ຢູ່​ສູນ​ວັດ​ທະ​ນະ​ທຳ​ຮູບ​ເງົາ​ແຂວງ​ຮ່າ​ຕິງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຮ່າ​ຕິງ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບຫຼຽນ​ກາ, ຫຼຽນ​ໄຊ​ຂອງ​ ສ​ປ​ປ​ລາວ ໃຫ້​ພະ​ນັກ​ງານ, ຊ່ຽວ​ຊານ​ທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ຍາດ​ຕິ​ພີ່​ນ້ອງ​ຂອງ​ນັກ​ຮົບ​ຫວຽດ​ນາມ 358 ຄົນ ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ​ຂອງ​ການ​ປະ​ຕິ​ວັດ​ລາວ. ນີ້​ແມ່ນ​ຂອງ​ຂວັນ​ອັນ​ສູງ​ສົ່ງ, ​ແມ່ນການ​ຮັບ​ຮູ້​ບັນ​ດາ​ຜົນ​ງານ, ຄຸນ​ງາມ​ຄວາມ​ດີ​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດ​ລາວ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ​ທອງ​ສະ​ຫວັນ​ ພົມ​ວິ​ຫານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ​ສ​ປ​ປ​.ລາວ ໄດ້ຫວນ​ຄືນ​ມູນ​ເຊື້ອ​ອັນ​ດີ​ງາມ, ບໍ​ລິ​ສຸດ​ຜຸດ​ຜ່ອງ​ລະ​ຫວ່າງ​ສອງ​ປະ​ເທດ; ພັກ, ລັດ ແລະ ປະ​ຊາ​ຊົນ​ລາວບັນ​ດາ​ເຜົ່າ​ບໍ່​ມີ​ວັນ​ລືມ​ການ​ຊ່ວຍ​ເຫຼືອ​ຂອງກອງ​ທັບ​​ຫວຽດ​ນາມສຳ​ລັບ​ການ​ປະ​ຕິ​ວັດ​ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທອງ​ສະ​ຫວັນ ພົມ​ວິ​ຫານ ເຊື່ອ​ໝັ້ນ​ວ່າ ບັນ​ດາ​ອະ​ດີດ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ​ຈະ​ເປັນ​ແກ່ນ​ແສນ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃຫ້​​ສວຍ​ສົດ​ງົດ​ງາມ​ໄປ​ຊົ່ວ​ກາ​ລະ​ນານ.


ຂ່າວ/ບົດ​ອື່ນ