ມອບຫຼຽນໄຊມິດຕະພາບ ໃຫ້ປະທານສະມາຄົມ ມິດຕະພາບສເກົາຫລີ -ຫວຽດນາມ

ມອບຫຼຽນໄຊມິດຕະພາບ ໃຫ້ປະທານສະມາຄົມ ມິດຕະພາບສເກົາຫລີ -ຫວຽດນາມ - ảnh 1
ຫຼຽນ​ໄຊ​ມິດ​ຕະພາບ

(vovworld)-​​​​ ​ ​ເນື່ອງໃນ​ໂອກາດທ່ານ​ນາງ​ປະທາ​ນາ​ທິບໍດີ​ສ​ເກົາ​ຫຼີ Park Geun Hye ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຄະນະ​ການ​ນຳສະມາຄົມ​ມິດຕະພາບ​ສ​ເກົາຫລີ-​ຫວຽດນາມ ​ໂດຍ​ທ່ານ​ປະທານ​ສະມາຄົມ​ນຳ​ໜ້າ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 7-9/9. ຕອນ​ບ່າຍ​ວັນ​ທີ 9/9, ​ໂດຍ​ໄດ້​ຮັບ​ການ​ມອບໝາຍ​ຈາກ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ຫວູ໋ຊວນຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ Choi Young Joo ​ປະທານ​ສະມາຄົມ​ມິດຕະພາບ​ສ​ເກົາຫລີ-​ຫວຽດນາມ. ທີ່​ພິທີ​ມອບ​ຫຼຽນ​ໄຊ​ມິດຕະພາບ, ທ່ານ​ຫວູ໋ຊວນຮົ່ງ ​ເນັ້ນໜັກ​ວ່າ: ລາງວັນ​ດັ່ງກ່າວ​ແມ່ນ​ການ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ທີ່​ມີ​ຄວາມ​ໝາຍຂອງສະມາຄົມ​ມິດຕະພາບ​ສ​ເກົາຫລີ-​ຫວຽດນາມ ​ແລະ ທ່ານ​ປະທານ Choi Young Joo ​ເອງ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ປຊຊ ສອງ​ປະ​ເທດຫວຽດນາມ-​ສ​ເກົາຫຼີ ​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ, ການ​ລົງທຶນ​ ​ແລະ ກຸສົນມະນຸດສະທຳ. ທ່ານ​ປະທານ​ຫວູ໋ຊວນຮົ່ງ ​ເຊື່ອໝັ້ນວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານ Choi Young Joo ຈະ​ສືບ​ຕໍ່​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ໃໝ່ ໜູນ​ຊ່ວຍ​ໃຫ້​ຫວຽດນາມ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ ປຊຊ ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ