ມີ​ຮູບ​ຖ່າຍ, ວັດ​ຖຸ​ພັນ​ກວ່າ 200 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທະ​ເລ, ໝູ່​ເກາະ ຫວຽດ​ນາມ”

(VOVWORLD) - ງານວາງສະແດງ ຍັງມີເຂດວາງສະແດງໂຄສະນາກ່ຽວກັບກຳລັງບົ່ມຊ້ອນຂອງວັດທະນະທຳການທ່ອງທ່ຽວທະເລ, ໝູ່ເກາະ ຂອງ 22 ແຂວງ, ນະຄອນໃນທຸກແຖບຖິ່ນຂອງທົ່ວປະເທດ.
ມີ​ຮູບ​ຖ່າຍ, ວັດ​ຖຸ​ພັນ​ກວ່າ 200 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທະ​ເລ, ໝູ່​ເກາະ ຫວຽດ​ນາມ” - ảnh 1ຄະນະຈັດຕັ້ງ ມອບທຸງທີ່ລະນຶກ ໃຫ້ບັນດາຄະນະເຂົ້າຮ່ວມງານວາງສະແດງ (ພາບ:nhandan.vn)

ຕອນຄ່ຳວັນທີ 27 ສິງຫາ, ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ, ງານວາງສະແດງ “ມໍລະດົກວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ” ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດປີທ່ອງທ່ຽວແຫ່ງຊາດ ປີ 2023 ດ້ວຍຫົວຂໍ້ “ບິ່ງທ້ວນ - ການເຕົ້າໂຮມສີຂຽວ”, ໂດຍສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ສົມທົບກັບຄະນະກຳມະການປະຊາຊົນຫຼາຍແຂວງ, ນະຄອນຈັດຂຶ້ນ.

        ໂດຍໄດ້ດຳເນີນແຕ່ວັນທີ 27 ສິງຫາ ຫາວັນທີ 2 ກັນຍາ, ງານວາງສະແດງໄດ້ຈັດຫຼາຍກິດຈະກຳທີ່ຟົດຟື້ນມ່ວນຊື່ນ ແລະ ຈັບໃຈ.  ຈຸດພົ້ນເດັ່ນ ແມ່ນໄດ້ວາງສະແດງຮູບຖ່າຍ, ວັດຖຸພັນກວ່າ 200 ຢ່າງ ດ້ວຍຫົວຂໍ້ຫຼັກ “ມໍລະດົກວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ” ໂດຍສຸມໃສ່ແນະນຳບັນດາວັດຖຸທີ່ເປັນມໍລະດົກ, ແຜນທີ່ບູຮານ, ເອກະສານໜັງມືຈີນເດີມ ກ່ຽວກັບໝູ່ເກາະຮວ່າງຊາ, ເຈື່ອງຊາ ແລະ ບັນດາສຳເນົາເອກະສານຂອງລາດຊະວົງ ຫງວຽນ ທີ່ບັນຈຸເນື້ອໃນກ່ຽວກັບອະທິປະໄຕທະເລໝູ່ເກາະ ຫວຽດນາມ; ຄວາມເອົາໃຈໃສ່ຂອງປະທານ ໂຮ່ຈີມິນ, ຂອງພັກ ແລະ ລັດ ຫວຽດນາມ ທີ່ມີຕໍ່ພາລະກິດສ້າງສາ, ປົກປັກຮັກສາອະທິປະໄຕທະເລໝູ່ເກາະແຫ່ງຊາດ…

        ໄປຄຽງຄູ່ກັນນັ້ນ, ງານວາງສະແດງ ຍັງມີເຂດວາງສະແດງໂຄສະນາກ່ຽວກັບກຳລັງບົ່ມຊ້ອນຂອງວັດທະນະທຳການທ່ອງທ່ຽວທະເລ, ໝູ່ເກາະ ຂອງ 22 ແຂວງ, ນະຄອນໃນທຸກແຖບຖິ່ນຂອງທົ່ວປະເທດ.



ຕອບກັບ

ຂ່າວ/ບົດ​ອື່ນ